ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດ
23/10/2023 09:28
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຍົກອອກທິດທາງ, ເປົ້າໝາຍພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນປີຈະມາເຖິງ.

ໃນບົດລາຍງານກ່ຽວກັບສະພາບການເສດຖະກິດ - ສັງຄົມ ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ໃນຕອນເຊົ້າວັນທີ 23 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຍົກອອກທິດທາງ, ເປົ້າໝາຍພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນປີຈະມາເຖິງ. ພ້ອມກັນນັ້ນແມ່ນບັນດາມາດຕະການແກ້ໄຂຈຸດສຸມເຊິ່ງລັດຖະບານ ຫວຽດນາມ ຈະຜັນຂະຫຍາຍ. ບົດລາຍງານສະແດງໃຫ້ເຫັນຄວາມຕັດສິນໃຈຂອງ ຫວຽດນາມ ສຸມແຫຼ່ງກຳລັງໃຫ້ແກ່ການເຕີບໂຕ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດ. ໃນສະພາບເສດຖະກິດໂລກພວມມີການຫັນປ່ຽນຢ່າງວ່ອງໄວ, ເກີດສິ່ງທ້າທາຍຫຼາຍຢ່າງເມື່ອທຽບໃສ່ການຄາດຄະເນ, ເສດຖະກິດຫວຽດນາມ ໄດ້ຮັບຜົນກະທົບຈາກຫຼາຍປັດໄຈທີ່ຂາດຄວາມສະດວກຈາກພາຍນອກ, ພ້ອມກັບສິ່ງຄົງຄ້າງຢູ່ພາຍໃນທີ່ແກ່ຍາວມາເປັນເວລາຫຼາຍປີ ໄດ້ປະກົດຢ່າງຈະແຈ້ງກວ່າໃນຄວາມຫຍຸ້ງຍາກນີ້...
TAG
VOV/VOVworld/ລັດຖະບານ/ມີໄຫວພິບ/ມີນະວັດຕະກຳ/ທັນການ ມີປະສິດທິຜົນ
Related







