VOV WorldVOV World
ທ່າອຽງພັດທະນາຢ່າງຕັ້ງໜ້າຂອງພື້ນຖານເສດຖະກິດ ຫວຽດນາມ
05/02/2024 08:44
(VOVWORLD) - ການເຄື່ອນໄຫວດ້ານການຄ້າ ແລະ ການບໍລິການໄດ້ດຳເນີນ ຢ່າງຟົດຟື້ນພໍສົມຄວນ, ຮັບໃຊ້ຄວາມຕ້ອງການໃຊ້ສອຍຂອງຜູ້ບໍລິໂພກໃນໂອກາດບຸນເຕັດ.
ທ່າອຽງພັດທະນາຢ່າງຕັ້ງໜ້າຂອງພື້ນຖານເສດຖະກິດ ຫວຽດນາມ
        ມີຫຼາຍດັດຊະນີເສດຖະກິດມະຫາພາກເດືອນ ມັງກອນ ຂອງ ຫວຽດນາມ ບັນລຸໝາກຜົນທີ່ເປັນໜ້າຊື່ນຊົມໃນທ່າອ່ຽງຕັ້ງໜ້າ. ນີ້ແມ່ນກຳລັງໜູນເພື່ອໃຫ້ ຫວຽດນາມ ສູ້ຊົນເຮັດສຳເລັດບັນດາເປົ້າໝາຍພັດທະນາໃນຊຸມເດືອນຕໍ່ໄປ.         ເສດຖະກິດໃນເດືອນ ມັງກອນ 2024 ມີບັນດາຈຸດທີ່ເປັນໜ້າປະທັບໃຈ, ຄື: ຈຳນວນວິສາຫະກິດກັບຄືນສູ່ການເຄື່ອນໄຫວຫຼາຍທົບ 2,2 ເທົ່າ ເມື່ອທຽບໃສ່ເດືອນ ທັນວາ 2023, ການດຶງດູດທຶນ FDI ບັນລຸ 2,36 ຕື້ USD, ຕ້ອນຮັບແຂກທ່ອງທ່ຽວ 1,5 ລ້ານເທື່ອຄົນມາທ່ອງທ່ຽວຢູ່ ຫວຽດນາມ.
TAG
VOV/VOVworld/​ຜູ້​ບໍ​ລິ​ໂພກ/​​ບຸນ​ເຕັດ/​ມູນ​ຄ່າ​/​ຂາຍ​ຍ່ອຍ