ວິທະຍຸກະຈາຍສຽງ ຫວຽດນາມ, 73 ປີແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ
07/09/2018 09:12
(VOVWORLD) - ວັນທີ 7 ກັນຍາ ແມ່ນວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ. ໃນຕະຫຼອດ 73 ປີທີ່ຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຍາມໃດກໍ່ແມ່ນອົງການສື່ມວນຊົນແຖວໜ້າໃນການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ພົ້ນເດັ່ນແມ່ນການສ້າງຮູບແບບອົງການສື່ມວນຊົນຫຼາຍປະເພດແຫ່ງທຳອິດຂອງທົ່ວປະເທດເຊິ່ງລວມມີ 4 ຮູບແບບຄື: ວິທະຍຸ, ໂທລະພາບ, ສື່ເອເລັກໂຕນິກ ແລະ ສື່ສິ່ງພິມ.

ຜ່ານນັ້ນ, ໄດ້ຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວສານນັບມື້ນັບສູງຂອງມະຫາຊົນ. ບົດຂຽນ “ວິທະຍຸກະຈາຍສຽງ ຫວຽດນາມ, 73 ປີແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ” ຂອງນັກຂ່າວ VOV. ນັບແຕ່ໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, VOV ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ, ເຊື່ອມຕໍ່ກັບປະຊາຊົນ ຫວຽດນາມ ນັບລ້ານໆຄົນໃນການຕໍ່ສູ້ກູ້ຊາດ ແລະ ໃນພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາປະເທດຊາດ.
TAG
VOV/VOVworld/VOV/ກະຈາຍສຽງ/ສື່ສິ່ງພິມ/ສື່ເອກເລັກໂຕນິກ/VOV.VN/VTC News.
Related
More








