ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານສະກັດກັ້ນໂລກລະບາດ
23/03/2020 09:02
(VOVWORLD) -ໃນໄລຍະກວ່າ 2 ເດືອນຜ່ານມາ, ລັດຖະບານ ແລະ ບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ ໄດ້ມານະພະຍາຍາມຢ່າງສຸດຂີດເມື່ອສະກັດກັ້ນໂລກລະບາດ Covid – 19. ດັ່ງນັ້ນ, ມາຮອດປັດຈຸບັນ, ໂລກລະບາດດັ່ງກ່າວຍັງຄົງຢູ່ໃນລະດັບຄວບຄຸມໄດ້, ສຸຂະພາບຂອງຄົນເຈັບຫຼາຍຄົນ ມີຄວາມຄືບໜ້າດີ. ໃນຂະບວນວິວັດແຫ່ງການສະກັດກັ້ນໂລກລະບາດ, ລັດຖະບານຫວຽດນາມ ໄດ້ຮັບການສະໜັບສະໜູນນັບທັງທາງດ້ານວັດຖຸ ແລະ ຈິດໃຈຢ່າງຫຼວງຫຼາຍຈາກບັນດາວິສາຫະກິດ, ອົງການ ແລະ ປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາການປະກອບສ່ວນອັນລໍ້າຄ່ານີ້ ໄດ້ສົ່ງກໍາລັງແຮງໃຫ້ແກ່ລັດຖະບານຫວຽດນາມ, ສ້າງພາບພົດກ່ຽວກັບປະເທດຫວຽດນາມມີຄວາມສາມັກຄີ, ປອດໄພ ແລະ ມີຄວາມຮັກແພງມະນຸດດ້ວຍກັນ.

ຫວຽດນາມ ພວມຢືນຢູ່ຕໍ່ໜ້າຈຸດເວລາສຸດທີ່ສໍາຄັນ, ພວມຕ້ອງປະເຊີນໜ້າກັບໂລກລບາດ Covid – 19 ເຊິ່ງມີຂອບຂະໜາດທົ່ວໂລກ. ໃນໄລຍະກວ່າ 2 ເດືອນທີ່ຜ່ານມາ, ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ໄດ້ຮ່ວມແຮງ, ຮ່ວມໃຈເຂົ້າຮ່ວມບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດດັ່ງກ່າວໃນຂອບຂະໜາດແບບທີ່ບໍ່ເຄີຍມີມາກ່ອນ.
TAG
VOV/VOVworld/ໂລກລະບາດ Covid – 19/ຮ່ວມແຮງຮ່ວມໃຈ/ລັດຖະບານ
Related








