VOV WorldVOV World
ຮ່ວມ​ມື: ປັດ​ໄຈ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ​ອາ​ຊີ
25/05/2021 07:43
(VOVWORLD) -ຢູ່ກອງປະຊຸມສາກົນກ່ຽວກັບອະນາຄົດອາຊີ (FOA 2021) ທີ່ຫາກໍ່ອັດລົງໃນທ້າຍອາທິດຜ່ານມາ, ບັນດາການນຳອາຊີ ບັນລຸໄດ້ຄວາມເຫັນດີເຫັນພ້ອມ ກ່ຽວກັບເລື່ອງຕ້ອງສາມັກຄີກັນ ເພື່ອຮັບມືກັບໂລກລະບາດໂຄວິດ 19 ແລະ ເພີ່ມທະວີການຮ່ວມມື ເພື່ອຟື້ນຟູເສດຖະກິດຫຼັງໂລກລະບາດ. ສິ່ງດັ່ງກ່າວໄດ້ປະກອບສ່ວນສ້າງພື້ນຖານ ໃຫ້ແກ່ການພັດທະນາແບບຍືນຍົງ ແລະ ກວມລວມໃນອະນາຄົດ.
  ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບອະນາຄົດອາຊີຄັ້ງທີ 26 ( ພາບ: TTXVN)      ກອງປະຊຸມສາກົນກ່ຽວກັບອະນາຄົດອາຊີ (FOA 2021) ໂດຍ Nikkei Inc ຈັດຂຶ້ນ ຕາມຮູບການທາງອອນລາຍ ໃນລະຫວ່າງວັນທີ 20-21 ພຶດສະພາ ຊື່ງຖືກດຳເນີນໄປໃນສະພາບໂລກລະບາດໂຄວິດ 19 ພວມມີການຜັນແປຢ່າງໄວວາ, ສັບສົນ, ຍາກທີ່ຈະຄາດຄະເນໄດ້ ແລະ ກໍ່ຜົນກະທົບຢ່າງແຮງ ເຖິງເສດຖະກິດ-ສັງຄົມ, ຊີວິດ ປຊຊ ຂອງບັນດາປະເທດ.
TAG
VOV/VOVworld/ຮ່ວມ​ມື/​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ​ອາ​ຊີ/ກອງປະຊຸມສາກົນກ່ຽວກັບອະນາຄົດອາຊີ/FOA 2021/Yoshihide Suga/Rodrigo Duterte/Muhyiddin Yassin