VOV WorldVOV World
ວັນບຸນເອກະລາດ ແລະ ບົດຮຽນກ່ຽວກັບຄຸນຄ່າຂອງເສລີພາບ
02/09/2018 09:56
(VOVWORLD) -ກ່ອນນີ້ 73 ປີ, ພາຍຫຼັງການລຸກຮື້ຂຶ້ນ ແຫ່ງການປະຕິວັດເດືອນ ສິງຫາ, ໃນວັນທີ 2 ກັນຍາ ປີ 1945, ຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ, ປະທານ ໂຮ່ຈີມິນ ໄດ້ຖະແຫຼງຕໍ່ພໍ່ແມ່ພີ່ນ້ອງຮ່ວມຊາດ ແລະ ໂລກ ກ່ຽວກັບປະເທດຫວຽດນາມ ທີ່ມີເອກະລາດ ເສລີພາບ. ໃນຈຸດເວລານັ້ນ, ທຸກໆຄົນກໍ່ໄດ້ຮູ້ສຶກມີຄວາມສຸກ ແລະ ສັກກາລະບູຊາ ຂະນະທີ່ປະເທດຊາດ ໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ ເຊິ່ງເປັນຈຸດເວລາທີ່ໄດ້ຝັງເລິກ ໃນດວງໃຈຂອງປະຊາຊົນຜູ້ຫາກໍ່ຫຼຸດພົ້ນອອກຈາກ ຊາຕາກຳເປັນຂ້າທາດ ແລະ ໃນວັນທີ 2 ກັນຍາ ໄດ້ກາຍເປັນວັນບຸນໃຫ່ຍ ທີ່ມີຄວາມໝາຍ ຂອງຊາວຫວຽດນາມລຸ້ນຕ່າງໆ.
ວັນບຸນເອກະລາດ ແລະ ບົດຮຽນກ່ຽວກັບຄຸນຄ່າຂອງເສລີພາບ
ປະທານ ໂຮ່ຈີມິນກ່າວຖະແຫຼງການປະກາດເອກະລາດ ຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ “ຊາດໜຶ່ງທີ່ມີນ້ຳໃຈເດັດດ່ຽວ ຕ້ານຄືນແອກຄອບຄອງຂອງ ຝະລັງ ເປັນເວລາກວ່າ 80 ມານີ້, ຊາດໜຶ່ງທີ່ໄດ້ເດັດດ່ຽວຢືນຢູ່ ກັບຝ່າຍສຳພັນທະມິດ ຕໍ່ຕ້ານຟາດຊິດ ໃນສອງສາມປີມານີ້, ຊາດນັ້ນກໍ່ຕ້ອງມີເສລີພາບ; ຊາດນັ້ນກໍ່ຕ້ອງມີເອກະລາດ” ຄຳຖະແຫຼງຂອງປະທານ ໂຮ່ຈີມິນ ໄດ້ດັງກ້ອງກັງວານຂຶ້ນ ໃນບໍລິເວນສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ ເມື່ອລະດູໃບໄມ້ຫຼົ່ນ ກ່ອນນີ້ 73  ປີ ອັນໄດ້ຝັງເລິກເຂົ້າໃນຄວາມຊົງຈຳ ແລະ ດວງໃຈຂອງຊາວຫວຽດນາມແຕ່ລະຄົນ, ເພາະວ່າ ນັບແຕ່ຈຸດເວລານັ້ນ, ຊາວຫວຽດນາມສາມາດເຫັນໄດ້ເຖິງທັງໝົດຄຸນຄ່າເປັນມະນຸດຂອງຕົນ, ຈາກບ່ອນຖືກຕົກເປັນຂ້າທາດ, ມາຮອດປັດຈຸບັນ ໄດ້ກາຍເປັນພົນລະເມືອງຂອງປະເທດທີ່ມີເອກະລາດ, ເສລີພາບ.    
TAG
VOV/VOVworld/ຖະ​ແຫຼງ​ການ/ເອ​ກະ​ລາດ

More