VOV WorldVOV World
ວັນບຸນຄຼິດສະມາດແຫ່ງຄວາມສະຫງົບສຸກ ແລະ ສານແຫ່ງການເຄົາລົບສິດເສລີໃນການເຫລື້ອມໃສສາສະໜາ
24/12/2019 09:19
(VOVWORLD) - ວັນທີ 24 ທັນວາ, ຊາວຄຼິດປະມານ 7 ລ້ານຄົນຂຶ້ນກັບເຂດຊາວຄຼິດ 4.500 ແຫ່ງຢູ່ທົ່ວທຸກແຫ່ງຂອງປະເທດ ຫວຽດນາມ ໄດ້ຕ້ອນຮັບວັນບຸນຄຼິດສະມາດໃນບັນຍາກາດແຫ່ງຄວາມສະຫງົບສຸກ ແລະ ອົບອຸ່ນ
ວັນບຸນຄຼິດສະມາດແຫ່ງຄວາມສະຫງົບສຸກ ແລະ ສານແຫ່ງການເຄົາລົບສິດເສລີໃນການເຫລື້ອມໃສສາສະໜາ
ດ້ວຍຄວາມແບ່ງປັນ, ຢື້ຢາມຖາມຂ່າວ, ການລະດົມກຳລັງໃຈຂອງອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນຂຶ້ນກັບສາສະໜາອື່ນໆ. ການເບິ່ງແຍງ ແລະ ແບ່ງປັນຄວາມສຸກໃນວັນບຸນຄຼິດສະມາດທີ່ມີຕໍ່ພໍ່ແມ່ປະຊາຊົນຊາວຄຼິດ ໄດ້ສົ່ງສານກ່ຽວກັບຄວາມເຄົາລົບສິດເສລີໃນການເຊື່ອຖືເຫລື້ອມໃສສາສະໜາຂອງຊາວຄຼິດໃນທົ່ວປະເທດ ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ລົງສຳນັກສັງຄະນາຍົກ ຮ່າໂນ້ຍ ເພື່ອອວຍພອນບັນດາຄຸນພໍ່, ບາດຫລວງ, ພ້ອມດ້ວຍພໍ່ແມ່ປະຊາຊົນຊາວຄຼິດຂຶ້ນກັບສຳນັກສັງຄະລາດ ຮ່າໂນ້ຍ . ພາບ:  quochoi.vn           ຕາມທຳນຽມແລ້ວ, ວັນບຸນຄຼິດສະມາດຂອງພໍ່ແມ່ປະຊາຊົນຊາວຄຼິດຍາມໃດກໍ່ເຕັມໄປດ້ວຍຄວາມອົບອຸ່ນກ່ວາ ຍ້ອນວ່າ, ເນື່ອງໃນໂອກາດນີ້, ການນຳພັກ, ລັດ, ແນວໂຮມປະເທດຊາດ, ອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນສາສະໜາອື່ນໆ ໄດ້ຢື້ຢາມຖາມຂ່າວ, ແບ່ງປັນຄວາມເບີກບານມ່ວນຊື່ນໃນວັນບຸນຄຼິດສະມາດກັບພໍ່ແມ່ປະຊາຊົນຊາວຄຼິດຢ່າງເປັນປະຈຳ.        
TAG
VOV/VOVworld/ວັນບຸນຄຼິດສະມາດ/ຄວາມສະຫງົບສຸກ/ສິດເສລີ/ການເຫລື້ອມໃສ/ສາສະໜາ