ຢຸດຕິວິກິດການຢູ່ Catalonia ດ້ວຍການເລືອກຕັ້ງ
31/10/2017 10:00
(VOVWORLD) -ທ້າຍອາທິດທີ່ຜ່ານມາ, ພາຍຫຼັງທີ່ອົງການນິຕິບັນຍັດ Catalonia ໄດ້ຖະແຫຼປະກາດເອກະລາດແຍກຕົວອອກຈາກແອັສປາຍພຽງລຳພັງຝ່າຍດຽວນັ້ນ, ທ່ານນາຍົກລັດຖະມົນຕີ ແອັສປາຍ Mariano Rajoy ໄດ້ຕົກລົງປົດຕຳແໜ່ງຂອງຜູ້ວ່າການເຂດ Carles Puigdemont ພ້ອມກັບ ຄະນະການນຳອຳນາດການປົກຄອງດ້ວຍຕົນເອງ, ພ້ອມທັງອອກຄຳສັ່ງດຳເນີນການເລືອກຕັ້ງຢູ່ເຂດນີ້ກ່ອນກຳນົດຄືໃນວັນທີ 21 ທັນວາ
ບັນດາກະຊວງ, ຂະແໜງການຂອງລັດຖະບານແອັສປາຍ ກໍໄດ້ຮັບເອົາການບໍລິຫານບັນດາອົງການສຳນັກງານຕ່າງໆໃນອຳນາດການປົກຄອງ Catalonia. ການກະທຳນີ້ ໄດ້ສະແດງໃຫ້ເຫັນຄວາມເດັດດ່ຽວກະທຳຂອງອຳນາດການປົກຄອງສູນກາງແອັສປາຍຕໍ່ໜ້າທ່າອຽງແຍກຕົວອອກຂອງ Catalonia , ໂດຍບໍ່ຫົວຊາຕໍ່ຄວາມເຄັງ່ຕຶງທີ່ອາດຈະເພີ່ມຂຶ້ນໃນຊຸມມື້ທີ່ຈະມາເຖິງ. ຊາວແອັສປາຍນັບພັນຄົນໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງ Plaza Colon ເພື່ອສະໜັບສະໜູນຄວາມເປັນເອກະພາບຂອງປະເທດຊາດ ເລື່ອງລັດຖະສະພາ Catalonia ປ່ອນບັດເມື່ອຕອນບ່າຍວັນທີ 27 ຕຸລາເພື່ອກາຍເປັນປະເທດເອກະລາດພຽງລຳພັງຝ່າຍດຽວນັ້ນ, ເປັນທີ່ຈະແຈ້ງແລ້ວວ່າ ນີ້ແມ່ນການກະທຳທີ່ມີລັກສະນະເກາະຜິດຢ່າງແຂງແຮງຕໍ່ອຳນາດການປົກຄອງສູນກາງ ແອັສປາຍ. ເພາະສະນັ້ນ, ກ່າວຄຳເຫັນພາຍຫຼັງທີ່ຍົກອອກຂໍ້ຕົກລົງຍາດເອົາສິດຄວບຄຸມ Catalonia, ທ່ານນາຍົກລັດຖະມົນຕີ ແອັສປາຍ Mariano Rajoy ຢືນຢັນວ່າ ແອັສປາຍພວມຜ່ານມື້ໜຶ່ງທີ່ໂສກເສົ້າ. ທ່ານເຊື່ອວ່າ ການຮັບຟັງຄຳເຫັນຂອງປະຊາຊົນແມ່ນສິ່ງຈຳເປັນ ເພື່ອເຂົາເຈົ້າສາມາດຕັດສິນອະນາຄົດຂອງຕົນ.
TAG
VOV/VOVworld/ເອກະລາດ
Related








