logo

ກວ໋າງ​ນິງ​ກະ​ກຽມ​ບັນ​ດາ ວິ​ທີການ​ເລືອກ​ຕັ້ງ​ໃຫ້​ແກ່​ແຂກ​ທ່ອ​ງ​ທ່ຽວ

2026/3/12 | 08:04:06
(VOVWORLD) - ເພື່ອຮັບປະກັນສິດ ແລະ ພັນທະຂອງຜູ້ມີສິດເລືອກຕັ້ງ ທີ່ແມ່ນແຂກທ່ອງທ່ຽວພວມໄປທ່ຽວ, ພັກເຊົາຢູ່ໃນບໍລິເວນແຂວງ ກວ໋າງນິງ ໄດ້ເປັນເຈົ້າການສ້າງບັນດາວິທີການລະອຽດເພື່ອແນໃສ່ໜູນຊ່ວຍຜູ້ມີສິດເລືອກຕັ້ງປະຕິບັດສິດການເລືອກຕັ້ງ ຢູ່ບັນດາເຂດທ່ອງທ່ຽວ. 
18 ໜ່ວຍເລືອກຕັ້ງໃນບໍລິເວນຕາແສງ ບ້າຍໄຈ ພວມສຳຫຼວດກວດຄືນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ກຽມພ້ອມໃຫ້ແກ່ວັນທີ 15 ມີນາ (ພາບ: VOV)

ເຫດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2026 – 2031 ໄດ້ດຳເນີນໃນວັນທີ 15 ມີນາ, ກົງກັບເວລາທ້າຍອາທິດດັ່ງນັ້ນຈຳນວນແຂກທ່ອງທ່ຽວທີ່ມາທ່ຽວກວ໋າງນິງ ຄາດວ່າຈະຍັງຮັກສາຢູ່ລະດັບສູງ.

ເພື່ອຮັບປະກັນສິດ ແລະ ພັນທະຂອງຜູ້ມີສິດເລືອກຕັ້ງ ທີ່ແມ່ນແຂກທ່ອງທ່ຽວພວມໄປທ່ຽວ, ພັກເຊົາຢູ່ໃນບໍລິເວນແຂວງ ກວ໋າງນິງ ໄດ້ເປັນເຈົ້າການສ້າງບັນດາວິທີການລະອຽດເພື່ອແນໃສ່ໜູນຊ່ວຍຜູ້ມີສິດເລືອກຕັ້ງປະຕິບັດສິດການເລືອກຕັ້ງ ຢູ່ບັນດາເຂດທ່ອງທ່ຽວ. ຢູ່ຕາແສງ ບ້າຍໄຈ, ສະຖານທີ່ຈຸດສຸມຂອງການທ່ອງທ່ຽວຂອງແຂວງ ກ໋ວາງນິງ, ໄລ່ສະເລ່ຍແຕ່ລະວັນໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 10.000 ເທື່ອຄົນ. ທ່ານ ຫງວຽນຮວ່າງກຸຍ, ເລຂາຄະນະພັກ, ປະທານສະພາປະຊາຊົນຕາແສງ ບ້າຍໄຈ ໃຫ້ຮູ້ວ່່າ:

ປັດຈຸບັນ, ພວກຂ້າພະເຈົ້າພວມປະສານສົມທົບກັບບັນດາໂຮງແຮມໃຫຍ່, ບັນດາ ບໍລິສັດ tour ທ່ອງທ່ຽວເພື່ອເກັບສະຖິຕິຈຳນວນແຂກທ່ອງທ່ຽວທາງການ ທີ່ມີຄວາມປາດຖະໜາຢາກປ່ອນບັດຢູ່ທ້ອງຖິ່ນ, ຈາກນັ້ນ, ພວກຂ້າພະເຈົ້າຈະແນະນຳບັນດາຂັ້ນຕອນ, ລະບຽບການ ແລະ ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ຈຳນວນແຂກທ່ອງທ່ຽວນີ້ປະຕິບັດສິດຂອງຜູ້ມີສິດເລືອກຕັ້ງ ຢູ່ກ໋ວາງນິງ.

TAG
VOV/VOVworld/ກວ໋າງ​ນິງ​/ການ​ເລືອກ​ຕັ້ງ​/​ແຂກ​ທ່ອ​ງ​ທ່ຽວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ