logo

ກອງ​ກຳ​ປັ່ນ​ກອງ​ທັບ​ເຮືອ​ຫວຽດ​ນາມ ຈີນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມິດ​ຕະ​ພາບ

2026/3/16 | 11:41:00
(VOVWORLD) - ຜູ້ບັນຊາການສອງກອງກຳປັ່ນໄດ້ຕີລາຄາສູງປະສິດທິຜົນຂອງກົນໄກລາດຕະເວນໃນໄລຍະຜ່ານມາ, ຜ່ານນັ້ນປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທະເລອ່າວພາກເໜືອ, ຍົກສູງຄວາມສາມາດໃນການປະສານສົມທົບຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່.
ການພົບປະລະຫວ່າງສອງຝ່າຍ (ພາບ: qdnd.vn)
 
 ຕອນເຊົ້າວັນທີ 16 ມີນາ, ຢູ່ທ່າກຳປັນຝ່ອງແທັກ (ແຂວງກ໋ວາງຊີ, ຈີນ) ໄດ້ດຳເນີນການພົບປະແລກປ່ຽນລະຫວ່າງຜູ້ບັນຊາການສອງກອງກຳປັ່ນກອງທັບເຮືອ ຫວຽດນາມ ແລະ ກອງທັງທັບເຮືອຈີນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວນອນໃນໂຄງການພົບປະແລກປ່ຽນມິດຕະພາບ ດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 10, ການລາດຕະເວນປະສົມຄັ້ງທີ 40 ແລະ ການຝືກຊ້ອມປະສົມຢູ່ເຂດທະເລອ່າວພາກເໜືອ ຂອງຄະນະປະຕິບັດງານ ກອງທັບເຮືອປະຊາຊົນ ຫວຽດນາມ ພ້ອມກັບກອງກຳປັ່ນເລກທີ 015 ເຈິ່ນຮຶງກ້າວ ແລະ 012 ລີທ້າຍໂຕ.

ທີ່ການພົບປະ,ຜູ້ບັນຊາການສອງກອງກຳປັ່ນໄດ້ຕີລາຄາສູງປະສິດທິຜົນຂອງກົນໄກລາດຕະເວນໃນໄລຍະຜ່ານມາ, ຜ່ານນັ້ນປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທະເລອ່າວພາກເໜືອ, ຍົກສູງຄວາມສາມາດໃນການປະສານສົມທົບຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່. ທ່ານພັນເອກ ຄ້ານເຟິ້ງ ຮອງເສນາທິການໃຫຍ່ ຖານທີ່ໝັ້ນກວາງຈູ, ກອງທັບເຮືອທະຫານປົດປ່ອຍປະຊາຊົນຈີນ ເຊື່ອໝັ້ນວ່າການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງນາຍທະຫານ, ນັກຮົບເຮືອສອງປະເທດ.

ໂດຍຕາງໜ້າຄະນະຫວຽດນາມ, ທ່ານພັນເອກ ໂດມິງ, ຮອງຜູ້ບັນຍາກອງທັບເຮືອເຂດ 4, ຫົວໜ້າຄະນະປະຕິບັດງານ ໄດ້ຢັ້ງຢືນວ່າດ້ວຍການປະສານສົມທົບຢ່າງແໜ້ນແຟ້ນຂອງສອງຝ່າຍ, ບັນດາການເຄື່ອນໄຫວໃນຂອບເຂດພົບປະແລກປ່ຽນດ້ານປ້ອງກັນຊາດ, ລາດຕະເວນ ແລະ ຝືກຊ້ອມປະສົມຄັ້ງນີ້ຈະປະສົມຜົນສຳເລັດຢ່າງຈົບງາມ.

TAG
VOV/VOVworld/ຫວຽດ​ນາມ/ຈີນ/ການ​ພົວ​ພັນ/ກອງ​ທັບ​ເຮືອ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ