logo

ກອງ​ປະ​ຊຸມ​ຄັ້ງ​ທີ 55 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ: ຍົກ​ລະ​ດັບ​ອົງ​ການ​ຕາງ​ໜ້າ ​ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ

2026/3/18 | 09:46:25
(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລ້ວ, ການປັບປຸງ, ເພີ່ມເຕີມມາດຕາຈຳນວນໜຶ່ງຂອງກົດໝາຍວ່າດ້ວຍອົງການຕາງໜ້າ ຫວຽດນາມປະຈຳຕ່າງປະເທດ ຕໍ່ກັບບັນດາການປ່ຽນແປງຢ່າງໄວວາຂອງສະພາບການໂລກ ແມ່ນມີຄວາມຈຳເປັນທີ່ສຸດ. 
ກອງປະຊຸມຄັ້ງທີ 55 ຂອງຄະນະປະຈຳສະພາແຫ່ງຊາດ  (ພາບ: TTXVN)

ບົດບາດຂອງອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ບໍ່ພຽງແຕ່ແມ່ນຜູ້ຄົນນຳສະເໜີຂ່າວເທົ່ານັ້ນ ຫາກຍັງແມ່ນຜູ້ເປີດທາງອີກດ້ວຍ. ນີ້ແມ່ນຄຳເຫັນຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ເມື່ອປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຢູ່ກອງປະຊຸມຄັ້ງທີ 55 ຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 18 ມີນາ.

ຕາມທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລ້ວ, ການປັບປຸງ, ເພີ່ມເຕີມມາດຕາຈຳນວນໜຶ່ງຂອງກົດໝາຍວ່າດ້ວຍອົງການຕາງໜ້າ ຫວຽດນາມປະຈຳຕ່າງປະເທດ ຕໍ່ກັບບັນດາການປ່ຽນແປງຢ່າງໄວວາຂອງສະພາບການໂລກ ແມ່ນມີຄວາມຈຳເປັນທີ່ສຸດ. ທ່ານກ່າວວ່າ:

ສະເໜີໃຫ້ວິເຄາະຢ່າງເລິກເຊິ່ງກວ່າໃນສະພາບການບັນດາສັນຍາການຄ້າເສລີນັ້ນ  ບົດບາດຂອງອົງການຕາງໜ້າປະຈຳຕ່າງປະເທດ ບໍ່ພຽງແຕ່ແມ່ນຜູ້ນຳສະເໜີຂ່າວເທົ່ານັ້ນ ຫາກຍັງແມ່ນຜູ້ເປີດທາງອີກດ້ວຍ. ຕ້ອງເພີ່ມເຕີມຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບຂອງອົງການຕາງໜ້າໃນການແຈ້ງເຕືອນໂດຍໄວກ່ຽວກັບບັນດາຮົ້ວກີດຂວາງດ້ານເຕັກນິກ, ບັນດາເຫດຮ້ອງຟ້ອງການອາລັກຂາດ້ານການຄ້າສຳລັບສິນຄ້າ ຫວຽດນາມ, ສິ່ງນີ້ຊ່ວຍໃຫ້ວິສາຫະກິດພາຍໃນປະເທດ ເປັນເຈົ້າການໃນການຮັບມື.

TAG
VOV/VOVworld/ກອງ​ປະ​ຊຸມ​/ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ/​ອົງ​ການ​ຕາງ​ໜ້າ/​ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ