logo

ກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ 18 ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊີ​ຕາ​ເວັນ​ອອກ (EAS)

2020/7/21 | 07:16:09
(VOVWORLD) -ຕອນຄ່ຳວັນທີ 20 ກໍລະກົດ, ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ 18 ປະເທດ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ທາງອອນລາຍ. 
ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ເປັນປະທານ ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) (ພາບ: TTXVN) 

 ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ, ເນັ້ນໜັກເຖິງໝາກຜົນຂອງການປະຊຸມກັບບັນດາທ່ານເອກອັກຄະລັດຖະທູດຂອງບັນດາປະເທດສະມາຊິກກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ຄັ້ງທຳອິດໃນປີເປັນປະທານອາຊຽນ ຂອງຫວຽດນາມ, ໂດຍໄດ້ດຳເນີນຢູ່ສຳນັກງານເລຂາທິການ ອາຊຽນ, ຢູ່ຈາກາຕາ, ປະເທດອິນໂດເນເຊຍໃນເດືອນກຸມພາທີ່ຜ່ານມາ.  ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ບັນດາບຸລິມະສິດຂອງຫວຽດນາມ ເພື່ອແນໃສ່ຊຸກຍູ້ການສ້າງປະຊາຄົມອາຊຽນ , ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງ, ເສີມຂະຫຍາຍບົດບາດຂອງອາຊຽນໃນປະຊາຄົມສາກົນ, ເປີດກ້ວາງ ແລະ ຍົກລະດັບການພົວພັນກັບຄູ່ຮ່ວມມື, ປະກອບສ່ວນປັບປຸງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ພັດທະນາໃນພາກພື້ນ. ທ່ານກ່າວວ່າ:

        ປີນີ້ໄດ້ສ້າງຂີດໝາຍ 15ປີແຫ່ງວັນສ້າງຕັ້ງ EAS (2005 - 2020). ໃນສະພາບການພາກພື້ນ ແລະ ໂລກພວມມີການຜັນແປທີ່ວ່ອງໄວຫຼາຍຢ່າງ, ບັນດາປະເທດໃນກົນໄກ EAS ຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນກ່ວາອີກເພື່ອເປັນເຈົ້າການໃນການເພີ່ມທະວີການຮ່ວມມື, ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍ ຫາກໍ່ເກີດຂຶ້ນທີ່ຍາກຈະຄາດຄະເນລ່ວງໜ້າໄດ້ຢ່າງມີປະສິດທິຜົນ, ພ້ອມທັງຍາດແຍ່ງບັນດາກາລະໂອກາດເພື່ອໃຫ້ມີການເຕີບໂຕແບບຍືນຍົງ, ສ້າງສະພາບແວດລ້ອມແຫ່ງສັນຕະພາບ ມີສະຖຽນລະພາບໃນພາກພື້ນ.

ແລະກໍ່ໃນຕອນບ່າຍວັນທີ 20 ກໍລະກົດ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ, ທ່ານ Kim Gunn ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ, ຫົວໜ້າ SOM ອາຊຽນ ຍີ່ປຸ່ນ ໄດ້ ເປັນປະທານຮ່ວມກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ + 3 ທາງອອນລາຍ. ກອງປະຊຸມມີການເຂົ້າຮ່ວມຂອງ ຜູ້ຕາງໜ້າບັນດາປະເທດ ອາຊຽນ ແລະ 3 ປະເທດ ແມ່ນ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ. ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດອາຊຽນ + 3 ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດາມທີ່ໄດ້ຈັດຕັ້ງຫຼາຍເຫດການອາຊຽນທາງອອນລາຍນັບແຕ່ຕົ້ນປີມາຮອດປັດຈຸບັນປະສົບຜົນສຳເລັດ, ໂດຍບໍ່ຫົວຊາຕໍ່ບັນດາຄວາມມານະພະຍາຍາມ ແລະ ສິ່ງທ້າທາຍຈາກໂລກລະບາດ Covid – 19. ທ່ານ Kim Gunn  ຢັ້ງຢືນວ່າ:

        ກົນໄກຮ່ວມມືອາຊຽນ + 3 ໄດ້ກຳເນີດໃນສະພາບການປະສົບກັບຄວາມຫຍຸ້ງຍາກ ແມ່ນວິກິດການດ້ານການເງິນໃນທ້າຍທົດສະວັດ 1990 ຂອງ ສະຕະວັດກ່ອນ, ໄດ້ສະແດງໃຫ້ເຫັນແມ່ນກົນໄກຮ່ວມມືທີ່ມີຄວາມຂະຫຍັນຂັນເຄື່ອນ, ປະສິດທິຜົນ ແລະ ເປັນສູນກາງຂອງພາກພື້ນ. ພິເສດ, ກົນໄກນີ້ຍິ່ງເສີມຂະຫຍາຍໄດ້ປະສິດທິຜົນໃນການຮັບມືກັບໂລກລະບາດ Covid 19, ສະແດງໃຫ້ເຫັນຜ່ານກອງປະຊຸມສຸດຍອດພິເສດ ອາຊຽນ + 3 ກ່ຽວກັບການຮັບມືກັບໂລກລະບາດ Covid 19 ໂດຍຫວຽດນາມຈັດຕັ້ງຂຶ້ນຕາມຮູບການທາງອອນລາຍໃນເດືອນເມສາທີ່ຜ່ານມາ.

TAG
VOV/VOVworld/ກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ/ອາ​ຊີ​ຕາ​ເວັນ​ອອກ/EAS

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ