
ຕອນບ່າຍວັນທີ 15/12, ກອງປະຊຸມລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ອາຊຽນ ຄັ້ງທີ 17 (ATM - 17), ໄດ້ດຳເນີນຢູ່ ພະນົມເປັນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ດິງລາທັງ ນຳໜ້າ. ຕາມຖະແຫຼງການຮ່ວມຂອງກອງປະຊຸມແລ້ວ, ບັນດາລັດຖະມົນຕີຊົມເຊີຍປະສິດທິຜົນຂອງສັນຍາຫຼາຍຝ່າຍໃນ ອາຊຽນ ກ່ຽວກັບຄວາມເສລີໃນການບໍລິການຂົນສົ່ງຜູ້ໂດຍສານທາງອາກາດ, ຖືວ່ານີ້ແມ່ນກຳລັງໜູນເພື່ອສ້າງເງື່ອນໄຂສະດວກ ແລະ ຊຸກຍູ້ການຂົນສົ່ງທາງອາກາດ ກໍ່ຄືເພີ່ມຄວາມມານະພະຍາມຫັນເປັນເສລີ ແລະສ້າງເງື່ອນໄຂໃຫ້ແກ່ການຂົນສົ່ງ. ກອງປະຊຸມກໍ່ໄດ້ຮັບຮອງເອົາແຜນຮ່າງປະຕິບັດຕະຫຼາດການບິນເອກະພາບອາຊຽນ (ASAM), ເພື່ອເຮັດໃຫ້ການຂົນສົ່ງສິນຄ້າໃນພາກພື້ນທະລຸໂລ່ງ. ກອງປະຊຸມກໍ່ໄດ້ເຊັນອານຸສັນຍາ 6 ສະບັບ ກ່ຽວກັບສະຖານີສົ່ງຕໍ່ ແລະສະຖານີລົດໄຟຢູ່ເຂດຊາຍແດນ. ປະຕິບັດສັນຍາແມ່ ອາຊຽນ ກ່ຽວກັບການສ້າງເງື່ອນໄຂສະດວກໃນການຂົນສົ່ງສິນຄ້າຂ້າມຊາຍແດນ, ຖືວ່ານີ້ແມ່ນບາດກ້າວໃຫຍ່ໃນຄວາມມານະພະຍາຍາມຂອງອາຊຽນ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການຂົນສົ່ງສິນຄ້າຂ້າມຊາຍແດນໃນພາກພື້ນ.
ບັນດາລັດຖະມົນຕີຊົມເຊີຍເລື່ອງດຳເນີນການຄົ້ນຄ້ວາແຜນກຳນົດສັງລວມ ແລະ ຄວາມເປັນໄປໄດ້ໃນການສ້າງຕັ້ງຕາໜ່າງຂົນສົ່ງສິນຄ້າທາງທະເລ Ro – Ro ໃນອາຊຽນ. ບັນດາລັດຖະມົນຕີກໍ່ຮັບຮູ້ການເຄື່ອນໄຫວສ້າງຍຸດທະສາດ ຜັນຂະຫຍາຍຕະຫຼາດຂົນສົ່ງທາງທະເລຮ່ວມ ອາຊຽນ ໂດຍກຸ່ມປະຕິບັດງານເດີນທະເລປະຕິບັດ.



