logo

ກອງ​ປ​ະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 42: ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ບຸ​ລິ​ມະ​ສິດ​ເສດ​ຖະ​ກິດ​ຂອງ ອາ​ຊຽນ

2023/5/7 | 09:36:52
(VOVWORLD) -ທ່ານ Arsjad Rasjid ປະທານສະພາທີປຶກສາທຸລະກິດ ອາຊຽນ (ASEAN-BAC) ຕີລາຄາວ່າ ຫວຽດນາມ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາບຸລິມະສິດດ້ານເສດຖະກິດຂອງປະເທດປະທານ ອາຊຽນ ປີ 2023.
ທ່ານ Arsjad Rasjid ປະທານສະພາທີປຶກສາທຸລະກິດ ອາຊຽນ ກັບນັກຂ່າວສຳນັກຂ່າວສານ ຫວຽດນາມ (ພາບ: TTXVN)

ເມື່ອຕອບສຳພາດນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະຈຳ ຈາກາຕາ ກ່ອນດຳເນີນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42, ເຊິ່ງຄາດວ່າຖືກດຳເນີນໃນລະຫວ່າງວັນທີ 9 – 11 ພຶດສະພາ ຢູ່ Labuan Bajo, ປະເທດ ອິນໂດເນເຊຍ, ທ່ານ Arsjad Rasjid ຊີ້ແຈ້ງວ່າ, ຫວຽດນາມ ໄດ້ ແລະ ກຳລັງສວມບົດບາດສຳຄັນໃນການຊຸກຍູ້ດ້ານການຄ້າ, ການລົງທຶນຢູ່ພາຍໃນ ແລະ ນອກພາກພື້ນ, ກໍຄືຕັ້ງໜ້າປະກອບສ່ວນຂໍ້ລິເລີ່ມຕ່າງໆ ເປັນຕົ້ນແມ່ນ ຂົງເຂດການຄ້າເສລີ ອາຊຽນ ແລະ ຫວ່າງມໍ່ໆມານີ້ ແມ່ນສະແດງຄວາມປາດຖະໜາຢາກເຂົ້າຮ່ວມຕາໜ່າງເຊື່ອມຕໍ່ການຊຳລະຂ້າມຊາຍແດນ, ເຊິ່ງໄດ້ຮັບຖືວ່າ ແມ່ນບາດກ້າວພັດທະນາຢ່າງຕັ້ງໜ້າແກ່ການເຊື່ອມໂຍງດ້ານເສດຖະກິດຂອງພາກພື້ນ. ນອກຈາກນັ້ນແລ້ວ, ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດເຫດການ ພະລັງງານແຮງລົມ ອາຊຽນ ປີ 2023 ທີ່ຈະມາເຖິງນີ້ ແມ່ນການປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການປະຕິບັດເປົ້າໝາຍພະລັງງານທົດແທນຂອງພາກພື້ນ.  

ທ່ານປະທານ ASEAN-BAC ຢັ້ງຢືນວ່າ ບັນດາການປະກອບສ່ວນດັ່ງກ່າວຂອງ ຫວຽດນາມ ແມ່ນມີຄວາມສຳຄັນໃນການຊຸກຍູ້ໂຄງການດຳເນີນງານດ້ານເສດຖະກິດຂອງ ອາຊຽນ. ທ່ານເນັ້ນໜັກວ່າ ຄຳໝັ້ນສັນຍາຂອງ ຫວຽດນາມ ໃນຂໍ້ລິເລີ່ມອື່ນໆ ໄດ້ຊີ້ໃຫ້ເຫັນຄວາມພ້ອມຂອງ ຮ່າໂນ້ຍ ໃນການມຸ່ງໄປເຖິງການສ້າງພາກພື້ນເຊື່ອມໂຍງ ແລະ ວັດທະນາຖາວອນກວ່າ.

TAG
VOV/VOVworld/ຫວຽດ​ນາມ/ອາ​ຊຽນ/ຂໍ້​ລິ​ເລີ່ມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ