logo

ກອງປະຊຸມສະຫຼຸບກ່ວາ 1 ປີ ແຫ່ງການປະຕິບັດ ໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່

2011/12/25 | 10:05:51
ພາຍຫຼັງ​ກ່ວາ 1 ປີ​​ແຫ່ງ​ການຜັນ​ຂະຫຍາຍປະຕິບັດ​ໂຄງການ​ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​​, ໄດ້​ສາມາດສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ສ້າງ​ຊົນນະບົດ​ໃໝ່​ຢ່າງ​ເປັນ​ເອກະພາບກັນ​ຈາກ​ສູນ​ກາງ​ລົງ​ຮອດ​ຂັ້ນ​ຕາ​ແສງ

(ພາບ: internet)

ຕອນ​ເຊົ້າວັນທີ 25/12, ຢູ່​ຮ່າ​ໂນ້ຍ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດຫວຽ​ດນາມ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບກ່ວາ 1 ປີ ​ແຫ່ງ​ວັນ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ຜັນ​ຂະຫຍາຍ​ແຜນການ​ປີ 2012.ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ໃຫ້​ເຫັນ​ວ່າ, ພາຍຫຼັງ​ກ່ວາ 1 ປີ​​ແຫ່ງ​ການຜັນ​ຂະຫຍາຍປະຕິບັດ​ໂຄງການ​ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​​, ໄດ້​ສາມາດສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ສ້າງ​ຊົນນະບົດ​ໃໝ່​ຢ່າງ​ເປັນ​ເອກະພາບກັນ​ຈາກ​ສູນ​ກາງ​ລົງ​ຮອດ​ຂັ້ນ​ຕາ​ແສງ. ລັດຖະບານຫວຽດນາມ​ໄດ້​ປະກາດ​ໃຊ້​ 5 ດຳລັດ ​ແລະ 31 ຂໍ້​ຕົກລົງ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ສ້າງ​ຊົນນະບົດ​ໃໝ່, ບັນດາ​ກະຊວງ, ຂະ​ແໜງ​ການ​ກໍ່​ໄດ້​ປະກາດ​ໃຊ້​ເອກະສານ​ຜັນ​ຂະຫຍາຍປະຕິບັດໂຄງການ​ນີ້. ມາ​ຮອດ​ປະຈຸ​ບັນ, 63 ​ແຂວງ, ນະຄອນ ​ໄດ້​ສຳ​ເລັ​ດການຕີ​ລາຄາ​ສະພາບ​ການ​ຕົວ​ຈິງ​ຊົນນະບົດ​ໃໝ່​ຕາມ 19 ມາດຖານ​ຂອງ​ໂຄງການ​ໃນ​ເບື້ອງ​ຕົ້ນ​. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິນ​ໄດ້​​ໃຫ້​ຄຳ​ຕັກ​ເຕືອນວ່າ: ​ໃນ​ວິວັດ​ການ​ຜັນ​ຂະ​ຫຍາຍ​ປະຕິບັດໂຄງການ, ທ້ອງ​ຖີ່​ນຕ່າງໆ​ຄວນ​ປະຕິບັດ​ຢ່າງ​ຄົບ​ຊຸດ, ​ເດັດຂາດ, ​ເປັນ​ເອກະສັນ​ນຳ​ກັນ​ກ່ຽວ​ກັບ​ການ​ຮັບ​ຮູ້​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖີ່​ນ, ຫຼີກ​ລ້ຽງ​​ແນວ​ຄິດ​ຟ້າ​ວຟັ່ງ​ໃນ​ການ​ປະຕິ​ບັດ.

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ