logo

ກອງປະຊຸມສະຫລຸບ ແລະ ພົບປະສັງສັນກັບແບບຢ່າງກ້າວໜ້າໃນການປະຕິບັດ “ວັນປ້ອງກັນຊາຍແດນທົ່ວປວງຊົນ”

2019/1/14 | 10:54:00
(VOVWORLD) - ຕອນເຊົ້າວັນທີ 14 ມັງກອນ, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງກອງປະຊຸມສະຫລຸບ ແລະ ພົບປະສັງສັນແບບຢ່າງກ້າວໜ້າໃນການປະຕິບັດວັນປ້ອງກັນຊາຍແດນທົ່ວປວງຊົນໄລຍະ 2009 – 2019.
 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ:

        ວຽກງານກໍ່ສ້າງ, ຄຸ້ມຄອງ, ປ້ອງກັນຊາຍແດນແຫ່ງຊາດຕ້ອງລະດົມກຳລັງແຮງສັງລວມຂອງທັງລະບົບການເມືອງ, ຂອງທົ່ວພັກ, ທົ່ວກອງທັບ, ທົ່ວປະຊາຊົນ, ໃນນັ້ນ ປະຊາຊົນເປັນເຈົ້າກຳ “ປະຊາຊົນແຕ່ລະຄົນເປັນເສົາຫຼັກໝາຍມີຊີວິດ” ຢູ່ເຂດຊາຍແດນ, ກຳລັງປະກອບອາວຸດເປັນແກ່ນສານ, ທະຫານປ້ອງກັນຊາຍແດນແມ່ນກຳລັງສະເພາະກິດ; ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງ, ປັບປຸງລະບົບການເມືອງຂັ້ນຮາກຖານ, ພັດທະນາເສດຖະກິດ - ສັງຄົມໃນບໍລິເວນຊາຍແດນ, ທະເລ, ໝູ່ເກາະ. ຖື້ນີ້ແມ່ນໜ້າທີ່ການເມືອງທັງແມ່ນພື້ນຖານ, ຍາວນານ, ທັງຮີບດ່ວນຂອງທຸກຂັ້ນ, ທຸກຂະແໜງ, ຂອງທຸກອົງການ, ຫົວໜ່ວຍ, ພະນັກງານ, ນັບຮົບທຸກຄົນໃນສະພາບປັດຈຸບັນ.

        ເນື່ອງໃນໂອກາດນີ້, 33 ໝູ່ຄະນະ ແລະ 4 ສ່ວນບຸກຄົນໄດ້ຮັບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ຍ້ອນມີຜົນງານດີເດັ່ນໃນການປະຕິບັດວັນປ້ອງກັນຊາຍແດນທົ່ວປວງຊົນໄລຍະປີ 2009 – 2019.

TAG
VOV/VOVworld/ກອງປະຊຸມສະຫລຸບ/ພົບປະສັງສັນ/ແບບຢ່າງກ້າວໜ້າ/ວັນປ້ອງກັນຊາຍແດນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ