logo

ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ຍີ່ປຸ່ນ

2017/9/26 | 12:02:24
(VOVWORLD) -ຕອນຄ່ຳວັນທີ 25 ກັນຍາ, ກອງປະຊຸມສຳມະນາສາກົນ “ຄວາມປອດໄພການເດີນທະເລທົ່ວໂລກ: ທະເລຕາເວັນອອກ ທັດສະນະ ຈາກບັນດາຝ່າຍບໍ່ຖະແຫລງອະທິປະໄຕ” ໄດ້ດຳເນີນຢູ່ ໂຕກຽວ ປະເທດຍີ່ປຸ່ນ. 
 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ

ກອງປະຊຸມສຳມະນາ ໂດຍສະຖາບັນບັນດາບັນຫາທົ່ວໂລກ ມະຫາວິທະຍາໄລ MEIJI MIGA, ສະຖາບັນຄົ້ນຄ້ວາດ້ານການເມືອງສາກົນ (JFIR), ສູນຄົ້ນຄ້ວາວິກິດການ ແລະ ການຂັດແຍ້ງສາກົນ (CECRI) ຈັດຕັ້ງ. ກອງປະຊຸມສຳມະນາໄດ້ທົບທວນຄືນກ່ຽວກັບສະພາບການຢູ່ທະເລຕາເວັນອອກໃນໄລຍະຜ່ານມາ, ຍົກອອກບັນດາມາດຕະການ ເພື່ອແນໃສ່ຄວບຄຸມການຂັດແຍ້ງ, ຮັກສາຄວາມເສລີໃນການເດີນທະເລ, ຮັບປະກັນຜົນປະໂຫຍດຂອງທຸກຝ່າຍທີ່ກ່ຽວຂ້ອງ. ທ່ານ Gregori Mo, ຫົວຫນ້າສະຖາບັນຄົ້ນຄ້ວາສາກົນ ມະຫາວິທະຍາໄລ Nottingham ປະເທດ ອັງກິດ ໄດ້ໄຈ້ແຍກວ່າ ເຖິງວ່າ ຈີນ ຍາມໃດກໍ່ໂຄສະນາກ່ຽວກັບ “ຄວາມສັນຕິພາບ” ແຕ່ໄດ້ເລືອກເຟັ້ນນະໂຍບາຍທະເລຕາເວັນອອກ ຕາມທິດເພີ່ມທະວີກຳລັງປ້ອງກັນຊາດ, ຍູ້ແຮງການເປີດກວ້າງຜົນສະທ້ອນໂດຍບໍ່ຫົວຊາຕໍ່ບັນດາຄວາມວິຕົກກັງວົນຂອງບັນດາປະເທດອ້ອມຂ້າງ. ທ່ານຖືວ່າ ຈີນ ຄວນດຸ່ນດ່ຽງຢ່າງກົມກຽວນະໂຍບາຍທະເລຕາເວັນອອກ ເພື່ອບໍ່ໃຫ້ສົ່ງຜົນສະທ້ອນເຖິງທີ່ຕັ້ງຂອງປະເທດຊາດກໍຄື ເພີ່ມຄວາມສົງໃສຈາກບັນດາປະເທດອື່ນ.

TAG
VOV/VOVworld/ສົງໃສ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ