logo

ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ລັດເຊຍ

2017/9/19 | 12:08:00
(VOVWORLD) -ວັນທີ 18 ກັນຍາ ຢູ່ ນະຄອນຫລວງ ມົດສະກູ, ສະຖາບັນຝ່າຍຕາເວັນອອກຂຶ້ນກັບສະພາມະຫາບັນດິດວິທະຍາສາດ ລັດເຊຍ ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 3 ດ້ວຍຫົວຂໍ້: “ຄວາມໝັ້ນຄົງ ແລະ ການຮ່ວມມືຢູ່ທະເລຕາເວັນອອກ: ຄວາມຄືບຫນ້າຂອງບັນດາຜົນປະໂຫຍດດ້ານການເມືອງ- ການທະຫາຂອງບັນດາຝ່າຍກ່ຽວຂ້ອງ”.  

 ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ

ພາບ:vietnam+

ດ້ວຍບົດປະກອບຄຳເຫັນກວ່າ 13 ບົດແມ່ນເວົ້າເຖິງ 4 ໝວດບັນຫາຕົ້ນຕໍຄື: ວິທີສຳຜັດດ້ານການທະຫານ ການເມືອງ ກັບການປະທະກັນຢູ່ທະເລຕາເວັນອອກ, ຄຳຕັດສິນຂອງສານອະນຸຍາໂຕຕຸລາການຢູ່ ລາໄຮ ປະເທດ ໂຮນລັງ ກ່ຽວກັບບັນຫາທະເລຕາເວັນອອກ ປີ 2016 ແລະ ຄວາມໝາຍຂອງມັນສຳລັບການແກ້ໄຂການປະທະກັນ, ອຳນາດການປົກຄອງໃຫມ່ຂອງອາເມລິກາ ແລະ ບັນຫານຳໃຊ້ການທະຫານຢູ່ເຂດທະເລຕະເວັນອອກ, ບັນດາປະເທດ ອາຊຽນ ແລະ ການພົວພັນກັບຈີນ ທີ່ກ່ຽວຂ້ອງເຖິງການປະທະກັນຢູ່ທະເລຕາເວັນອອກ. ບັນດາຜູ້ແທນໄດ້ໄຈ້ແຍກກ່ຽວກັບສະພາບການຢູ່ ທະເລຕາເວັນອອກ ປະຈຸບັນ, ພິເສດ ແມ່ນກວ່າ 1 ປີ ເມື່ອສານອະນາຍາໂຕຕຸລາການ ລາໄຮ ອອກຄຳຕັດສິນປະຕິເສດບັນດາຖະແຫລງການອະທິປະໄຕຂອງຈີນ  ພ້ອມທັງຍົກອອກບັນດາຂໍ້ສະເຫນີຊອກຫາທິດແກ້ໄຂການປະທະກັນຢູ່ທະເລຕາເວັນອອກຜ່ານທາງການທູດສັນຕິພາບ ແລະ ເຄົາລົບກົດໝາຍສາກົນ.

ສິ້ນສຸດກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຍົກອອກບັນດາຂໍ້ສະເຫນີແນະ ເພື່ອແກ້ໄຂການປະທະກັນຢູ່ທະເລຕາເວັນອອກໂດຍໄວ, ໃນນັ້ນ ເນັ້ນຫນັກເຖິງເລື່ອງຈີນ ຕ້ອງຢຸດຕິການກໍ່ສ້າງບັນດາເກາະທຽມ ແລະ ນຳໃຊ້ການທະຫານຢູ່ບັນດາເກາະນີ້, ຮັບປະກັນຫລັກການຄວາມເສລີໃນການເດີນທະເລ, ບັນດາຝ່າຍລົງນາມ ແລະ ປະຕິບັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງຄົບຖ້ວນ,  ຕັ້ງຫນ້າດຳເນີນບັນດາການເຈລະຈາສອງຝ່າຍ ແລະຫລາຍຝ່າຍ ເພື່ອຊອກຫາທິດແກ້ໄຂ.

TAG
VOV/VOVworld/ທະເລຕາເວັນອອກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ