logo

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ: ຫຼາຍ​ປະ​ເທດຮຽກ​ຮ້ອງ​ລະ​ງັບ​ໃຈ, ຊຸກ​ຍູ້​ມາດ​ຕະ​ການ​ທາງ​ການ​ທູດ

2026/3/17 | 06:23:45
(VOVWORLD) -  ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ສືບຕໍ່ຮຽກຮ້ອງຈົ່ງລະງັບໃຈ ແລະ ຊຸກຍູ້ມາດຕະການທາງການທູດ ແນໃສ່ສະກັດກັ້ນບໍ່ໃຫ້ການປະທະກັນເພີ່ມຂຶ້ນຢູ່ຕາເວັນອອກກາງ.
(ພາບ: Majid Asgaripour/WANA via REUTERS)

   ວັນທີ 16 ມີນາ, ແມ່ນວັນທີ 17 ຂອງການປະທະກັນຢູ່ຕາເວັນອອກກາງ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ: ກອງທັບອາກາດປະເທດນີ້ ໄດ້ເປີດ ການບຸກໂຈມຕີຂະໜາດໃຫ່ຍຫຼາຍຄັ້ງເລັ່ງໃສ່ບັນດາເປົ້າໝາຍແມ່ນຖານທີ່ໝັ້ນ ແລະ ຮາກຖານແຫ່ງຕ່າງໆຂອງອຳນາດກາປົກຄອງ ອີຣານ, ໃນນັ້ນມີສູນບັນຊາການສືບລາຊະການລັບຢູ່ນະຄອນຫຼວງ ເຕເຮຣານ.

  ໃນວັນດຽວກັນ, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ສືບຕໍ່ຮຽກຮ້ອງຈົ່ງລະງັບໃຈ ແລະ ຊຸກຍູ້ມາດຕະການທາງການທູດ ແນໃສ່ສະກັດກັ້ນບໍ່ໃຫ້ການປະທະກັນເພີ່ມຂຶ້ນຢູ່ຕາເວັນອອກກາງ. ວັນທີ 16 ມີນາ, ທ່ານ Majed al-Ansari ໂຄສົກກະຊວງການຕ່າງປະເທດ ກາຕາ ເນັ້ນໜັກວ່າ: ການເຈລະຈາທາງການທູດກັບ ອີຣານ ສາມາດດຳເນີນໄປໄດ້ຖ້າຫາກວ່າ ເຕເຮຣານ ຢຸດຕິບັນດາບັ້ນບຸກໂຈມຕີດ້ວຍລູກສອນໄຟ ແລະ ເຄື່ອງບິນບໍ່ມີຄົນຂັບ ເລັ່ງໃສບັນດາປະເທດເຂດອ່າວ, ພ້ອມທັງຮຽກຮ້ອງໃຫ້ ອີຣານ ຈົ່ງຢຸດຕິບັນດາການກະທຳດ້ານການທະຫານໂດຍທັນທີ. ໃນຂະນະນັ້ນ, ທີ່ການປຶກສາຫາລື, ທ່ານ Badr Abdelatty ລັດຖະມົນຕີການຕ່າງປະເທດ ອີຢີບ ແລະ ຜູ້ຮ່ວມຕຳແໜ່ງ, ທ່ານ Oman Sayyid Badr bin Hamad Al Busaidi ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການສົມທົບກັນເພື່ອແນໃສ່ຈຳກັດຄວາມເຄັ່ງຕຶງ. ສອງຝ່າຍຢັ້ງຢືນຄວາມສຳຄັນຂອງບັນດາມາດຕະການທາງການທູດ ເພື່ອສະກັດກັ້ນບໍ່ໃຫ້ການປະທະກັນແຜ່ລາມອອກສູ່ວົງກວ້າງ.

TAG
VOV/VOVworld/ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ