logo

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອ​ກາງ: ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢັ້ງ​ຢືນ​ຄືນ​ທັດ​ສະ​ນະ​ການ​ສູ້​ຮົບ​ຈະ​ສິ້ນ​ສຸດ​ໂດຍ​ໄວ

2026/3/17 | 06:15:21
(VOVWORLD) -  ວັນທີ 16 ມີນາ (ຕາມເວລາທ້ອງຖິ່ນ), ທ່ານ Donadl Trump ປະທານາທິບໍດີ ອາເມລິກາ ຖືວ່າ ການປະທະກັນລະຫວ່າງ ອາເມລິກາ ແລະ ອິດສະຣາແອັນ ກັບ ອີຣານ ຍາກທີ່ຈະສິ້ນສຸດໃນອາທິດນີ້, ແຕ່ຍັງຄົງຢັ້ງຢືນຄືນທັດສະນະທີ່ວ່າ ສົງຄາມຈະສິ້ນສຸດໂດຍໄວ. 
ທ່ານປະທານາທິບໍດີ ອາເມລິກາ Donald Trump. (ພາບ: REUTERS/Carlos Barria)

ທ່ານ Trump ກໍໃຫ້ຮູ້ວ່າ ວໍຊິງຕັນ ຈະປະກາດບັນຊີລາຍຊື່ບັນດາປະເທດທີ່ເຫັນດີເຂົ້າຮ່ວມສຳພັນທະມິດ ໂດຍທຳນຽບຂາວສະເໜີ “ໂດຍໄວ”, ເພື່ອແນໃສ່ປ້ອງກັນກ່ຳປັ່ນໄປຜ່ານຊ່ອງແຄບທະເລ Hormuz, ເສັ້ນທາງທະເລຍຸດທະສາດ ທີ່ຂົນສົ່ງປະລິມານນ້ຳມັນບໍ່ທົ່ວໂລກປະມານ 20%.

ໃນສະພາວະການອື່ນທີ່ກ່ຽວຂ້ອງ, ວັນທີ 16 ມີນາ, ກຳລັງທະຫານພິທັກປະຕິວັດອິດສະລາມ ອີຣານ (IRGC) ກ່າວເຕືອນວ່າ ຈະບຸກໂຈມຕີບັນດາບໍລິສັດ ອາເມລິກາ ໃນທົ່ວພາກພື້ນ, ພ້ອມທັງຮຽກຮ້ອງໃຫ້ບັນດາລັດຖະກອນບໍລິສັດ ອາເມລິກາ ຍົກຍ້າຍອອກຈາກບັນດາສະຖານທີ່ເຫຼົ່ານັ້ນ.

ກໍໃນວັນດຽວກັນ, ສື່ມວນຊົນສາກົນ ກໍໄດ້ໃຫ້ຂ່າວວ່າ ສະຖານທູດ ອາເມລິກາ ຢູ່ ບັງກະລາເທດ ນອນຢູ່ເຂດສີຂຽວຂອງນະຄອນຫຼວງ Baghdad (ອີຣັກ) ຖືກບຸກໂຈມຕີ. ບາງຮາກຖານໃນບໍລິເວນສະຖານທູດຖືກໄຟໄໝ້ ພາຍຫຼັງຖືກບຸກໂຈມຕີຢ່າງຕໍ່ເນື່ອງເປັນຫຼາຍຄັ້ງນັບແຕ່ຕອນຄ່ຳວັນທີ 16 ຮອດຕອນເຊົ້າວັນທີ 17 ມີນາ. ກໍໃນຈຸດເວລາດຽວກັນ, ລະບົບປ້ອງກັນອາກາດຂອງສະຫະລັດ ອາຣັບ ເອມມີເລດ (UAE) ໄດ້ເລີ່ມເຄື່ອນໄຫວເພື່ອຮັບມືກັບບັນດາໄພນາບຂູ່ຈາກລູກສອນໄຟ ແລະ ເຄື່ອງບິນບໍ່ມີຄົນຂັບຈາກ ອີຣານ. ບໍລິສັດການບິນພົນລະເຮືອນ UAE ກໍແຈ້ງປິດການບໍລິການຊົ່ວຄາວສ່ວນໜຶ່ງເພື່ອແນໃສ່ປ້ອງກັນ, ສະກັດກັ້ນແບບສຸກເສີນ.


 

TAG
VOV/VOVworld/ສະຫະລັດ ອາຣັບ ເອມມີເລດ/ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອ​ກາງ/ຊ່ອງແຄບທະເລ Hormuz

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ