logo

ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ: ອີ​ຣານ​ ປະ​ກາດສະ​ແດງຄວາມ​​ຊົ​ມ​ເຊີຍ ຕໍ່​ທຸກ​ຂໍ້​ລິ​ເລີມ​ທາງ​ການ​ທູດ

2026/3/16 | 07:54:17
(VOVWORLD) - ທ່ານລັດຖະມົນຕີ ການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ປັດຈຸບັນບໍ່ມີຂໍ້ລິເລີ່ມລະອຽດໃດໃຫ້ແກ່ການຢຸດຕິສົງຄາມ ແຕ່ “ພວກຂ້າພະເຈົ້າຈະສະແດງຄວາມຊົມເຊີຍຕໍ່ທຸກຂໍ້ລິເລີ່ມໃນພາກພື້ນພາໄປເຖິງໝາກຜົນແຫ່ງຄວາມຍຸຕິທຳ”. 

ວັນທີ 15 ມີນາ, ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ  ໄດ້ຢັ້ງຢືນວ່າ ເຕເຮຣານ ໄດ້ສະແດງຄວາມຊົມເຊີຍຕໍ່ທຸກຂໍ້ລິເລີ່ມໃນພາກພື້ນ ທີ່ພາໄປເຖິງການຢຸດຕິການປະທະກັນຢູ່ພາກພື້ນຕາເວັນອອກກາງ ຕາມທິດຮັບປະກັນຄວາມສະເໝີພາບໃຫ້ແກ່ເຕເຮຣານ. ຄຳເຫັນດັ່ງກ່າວຄ້າຍຄືກັນກັບການຖະແຫຼງກ່ອນນັ້ນຂອງທ່ານປະທານາທິບໍດີ ອີຣານ Masoud Pezeshkian ໂດຍຖືວ່າ ປະເທດນີ້ຈະພິຈາລະນາທຸກຂໍ້ລິເລີ່ມຂອງບັນດາປະເທດອິດສະລາມເພື່ອແນໃສ່ເພີ່ມທະວີຄວາມສາມັກຄີພາກພື້ນ, ຟື້ນຟູສະຖຽນລະພາບ, ຄວາມໝັ້ນຄົງ ແລະ ສັນຕິພາບຢູ່ພາກພື້ນຕາເວັນອອກກາງ.

ໂດຍຕອບສຳພາດຕໍ່ນັກຂ່າວ ໜັງສືພິມ Al-Araby Al-Jadeed, ທ່ານລັດຖະມົນຕີ ການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ປັດຈຸບັນບໍ່ມີຂໍ້ລິເລີ່ມລະອຽດໃດໃຫ້ແກ່ການຢຸດຕິສົງຄາມ ແຕ່ “ພວກຂ້າພະເຈົ້າຈະສະແດງຄວາມຊົມເຊີຍຕໍ່ທຸກຂໍ້ລິເລີ່ມໃນພາກພື້ນພາໄປເຖິງໝາກຜົນແຫ່ງຄວາມຍຸຕິທຳ”. ທ່ານກໍ່ໃຫ້ຮູ້ວ່າທ່ານ Ayatollah Mojtaba Khamenei ການນຳສູງສຸດຄົນໃໝ່ຂອງອີຣານ ພວມມີສຸຂະພາບແຂງແຮງ ແລະ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີ.

 

TAG
VOV/VOVworld/ພາກ​ພື້ນ​ຕາ​ເວັນ​ອອກ​ກາງ/ອີ​ຣານ/ສົງ​ຄາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ