logo

ການ​ສົນ​ທະ​ນາຍຸດ​ທ​ະ​ສາດ 3+3 ຂັ້ນ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ, ປ້ອງ​ກັນ​ປະ​ເທດ, ຕຳຫຼວດ ຫວຽດ​ນາມ - ຈີນ

2026/3/16 | 11:34:00
(VOVWORLD) - ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນຮັບມືກັບບັນດາສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງ ແລະການພັດທະນາບົນພື້ນຖານເໝາະສົມກັບກົດໝາຍສາກົນ ແລະ ກົດບັດ ສປຊ. 
  
ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ, ທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງ ພ້ອມກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ວາງອີ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ຕຸງຈິນ ແລະ ທ່ານລັດຖະມົນຕີກະຊວງຕຳຫຼວດຈີນ ກວາງແຊວຮົ້ງ ເປັນປະທານຮ່ວມ (ພາບ: VOV)

ວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ, ທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງພ້ອມກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ວາງອີ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ຕຸງຈິນ ແລະ ທ່ານລັດຖະມົນຕີກະຊວງຕຳຫຼວດຈີນ ກວາງແຊວຮົ້ງ ເປັນປະທານຮ່ວມກອງປະຊຸມຄັ້ງທີ 1 ສົນທະນາຍຸດທະສາດ 3+3 ຂັ້ນລັດຖະມົນຕີການຕ່າງປະເທດ, ການປ້ອງກັນຊາດ ແລະ ຕຳຫຼວດ ຫວຽດນາມ - ຈີນ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ຊີ້ແຈ້ງວ່າ:

ນີ້ແມ່ນກົນໄກ 3+3 ຄັ້ງທຳອິດຂອງ ຫວຽດນາມ ແລະ ຈີນກັບບັນດາປະເທດ, ສະແດງໃຫ້ເຫັນການພົວພັນພິເສດທີ່ສຸດ ແລະ ຄວາມໄວ້ເນື້ອເຊື່ອໃຈຢ່າງສູງ, ຄວາມສະໜິດຕິດພັນຍຸດທະສາດຢ່າງໃກ້ຊິດລະຫວ່າງສອງພັກ, ສອງລັດ, ເໝາະສົມກັບລະດັບໃໝ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ, ທີ່ມີຄວາມໝາຍຍຸດທະສາດ. ໄດ້ດຳເນີນໃນສະພາບການພົວພັນ ຫວຽດນາມ - ຈີນພວມຮັກສາທ່າພັດທະນາຢ່າງຕັ້ງໜ້າ, ດີງາມ, ບັນດາກົນໄກຮ່ວມມືລະຫວ່າງສອງຝ່າຍນັບມື້ນັບຮອບດ້ານ, ອຸດົມສົມບູນ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢ່າງສູງ, ການຮ່ວມມືແທ້ຈິງ. ກົນໄກສົນທະນາຍຸດທະສາດ 3+3 ຂັ້ນລັດຖະມົນຕີການຕ່າງປະເທດ, ການປ້ອງກັນຊາດ, ຕຳຫຼວດ ຫວຽດນາມ - ຈີນ ຈະສ້າງທ່ວງທາໃຫ້ແກ່ສອງພັກ, ສອງລັດຍູ້ແຮງການຮ່ວມມື, ເພີ່ມທະວີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈຮັບມືກັບບັນດາສິ່ງທ້າທາຍທົ່ວໂລກໃນສະພາບການໃໝ່.

ຢູ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນຮັບມືກັບບັນດາສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງ ແລະການພັດທະນາບົນພື້ນຖານເໝາະສົມກັບກົດໝາຍສາກົນ ແລະ ກົດບັດ ສປຊ. ບັນດາລັດຖະມົນຕີສອງປະເທດ ເນັ້ນໜັກເຖິງລະດັບຄວາມສຳຄັນໃນການແກ້ໄຂຢ່າງສົມເຫດສົມຜົນ, ຄວບຄຸມ ບັນດາບັນຫາທາງທະເລໃຫ້ເປັນຢ່າງດີ, ເໝາະສົມກັບການພົວພັນມິດຕະພາບລະຫວ່າງສອງປະເທດ ແລະ ກົດໝາຍສາກົນ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາຂອງແຕ່ລະປະເທດ ແລະ ພາກພື້ນ.

TAG
VOV/VOVworld/ຫວຽດ​ນາມ/ຈີນ/ການ​ພົວ​ພັນ/ການ​ປ້ອງ​ກັນ​ຊາດ/ການ​ຮ່ວມ​ມື

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ