logo

ການເລືອກຕັ້ງປະກອບສ່ວນສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາຂອງ ຫວຽດນາມ

2026/3/16 | 10:22:48
(VOVWORLD) - ການເລືອກຕັ້ງບໍ່ພຽງແຕ່ແມ່ນການສະແດງໃຫ້ເຫັນເຈດຈຳນົງຂອງປະຊາຊົນ ແລະ ປະຊາທິປະໄຕເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອປັບປຸງບັນດາພື້ນຖານລະບອບໃຫ້ແກ່ຄວາມກ້າວໜ້າດ້ານເສດຖະກິດ - ສັງຄົມຢ່າງບໍ່ຢຸດຢັ້ງຂອງ ຫວຽດນາມ ອີກດ້ວຍ.
ທ່ານ Shovgi Kamal Oglu Mehdizade, ເອກອັກຄະລັດຖະທູດ ສ.ອາຊັກໃບຊານ ປະຈຳ ຫວຽດນາມ
(ພາບ: TTXVN)

        ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ແມ່ນເຫດການການເມືອງສຳຄັນ, ສ້າງຂີດໝາຍທີ່ໜ້າສົນໃຈໃນວິວັດການພັດທະນາຂອງ ຫວຽດນາມ. ທ່ານ Shovgi Kamal Oglu Mehdizade, ເອກອັກຄະລັດຖະທູດ ສ.ອາຊັກໃບຊານ ປະຈຳ ຫວຽດນາມ ໄດ້ໃຫ້ຂໍ້ສັງເກດຄືດັ່ງກ່າວ ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບຄວາມໝາຍຂອງການເລືອກຕັ້ງ ກໍຄືຄວາມຄາດຫວັງກ່ຽວກັບສະພາແຫ່ງຊາດຊຸດໃໝ່ ໃນການຊຸກຍູ້ການພົວພັນ 2 ຝ່າຍ.

        ຕາມທ່ານເອກອັກຄະລັດຖະທູດແລ້ວ, ການເລືອກຕັ້ງບໍ່ພຽງແຕ່ແມ່ນການສະແດງໃຫ້ເຫັນເຈດຈຳນົງຂອງປະຊາຊົນ ແລະ ປະຊາທິປະໄຕເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອປັບປຸງບັນດາພື້ນຖານລະບອບໃຫ້ແກ່ຄວາມກ້າວໜ້າດ້ານເສດຖະກິດ - ສັງຄົມຢ່າງບໍ່ຢຸດຢັ້ງຂອງ ຫວຽດນາມ ອີກດ້ວຍ. ທ່ານກໍ່ເຊື່ອໝັ້ນວ່າ ການເລືອກຕັ້ງໄດ້ປະກອບສ່ວນຢ່າງເລິກເຊິ່ງເຂົ້າໃນສະຖຽນລະພາບ, ຄວາມສາມັກຄີ ແລະ ວັດທະນາຖາວອນຂອງ ຫວຽດນາມ, ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ສືບຕໍ່ຮັກສາທ່າອ່ຽງພັດທະນາທີ່ໜ້າປະທັບໃຈ.

TAG
VOV/VOVworld/ເຈດ​ຈຳ​ນົງ​/​ປະ​ຊາ​ຊົນ/ປະ​ຊາ​ທິ​ປະ​ໄຕ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ