logo

ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ: ການ​ເລືອກ​ຕັ້ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ

2026/3/15 | 07:05:10
(VOVWORLD) - ພາຍໃຕ້ການຊີ້ນຳນຳພາຢ່າງໝັ້ນແກ່ນຂອງພັກ ດ້ວຍການຮ່ວມແຮງຮ່ວມໃຈຂອງປະຊາຊົນຫວຽດນາມ ໝົດທຸກຄົນ, ການເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນປະສົບຜົນສຳເລັດຢ່າງຈົບງາມ.
ທ່ານສາດສະດາຈານ Zhu Zhenming ສະຖາບັນຄົ້ນຄ້ວາອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້
(ພາບ: TTXVN)

ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ຈີນ, ທ່ານສາດສະດາຈານ Zhu Zhenming ສະຖາບັນຄົ້ນຄ້ວາອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ (ຄຸນໝິງ, ຈີນ), ໃຫ້ຮູ້ວາ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ແມ່ນສັນຍາລັກຢ່າງມີຊີວິດຊີວາ ຂອງເລື່ອງປະຊາຊົນ ຫວຽດນາມ ປະຕິບັດສິດເປັນເຈົ້າ ແລະ ເຂົ້າຮ່ວມຊີວິດດ້ານການເມືອງຂອງປະເທດຊາດ. ບັນດາສະມາຊິກມີມາດຖານຄົບຖ້ວນ ແລະ ຜູ້ມີສິດເລືອກຕັ້ງໄວ້ວາງໃຈເລືອກເອົາເຂົ້າຮ່ວມວິວັດການຄັດເລືອກການນຳຫຼັກແຫຼ່ງຂອງປະເທດຊາດ, ຜ່ານນັ້ນແບກຫາບບົດບາດໜ້າທີ່ຍິ່ງໃຫຍ່ຂອງປະເທດາດ ແລະ ປະຊາຊົນ.

ທ່ານສາດສະດາຈານ Zhu Zhenming ຖືວ່າໃນໄລຍະຜ່ານມາ, ພັກ ແລະ ລັດ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການປະຕິຮູບສຳຄັນ, ຄືປັບປຸງຫົວໜ່ວຍບໍລິຫານ, ໝູນໃຊ້ຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ເຮັດໃຫ້ກົງຈັກບໍລິຫານກະທັດລັດລົງ. ໃນສະພາບການນັ້ນ, ການຊີ້ນຳທີ່ມີຈຸດສຸມ, ເປັນເອກະພາບຂອງຄະນະບໍລິຫານງານສູນກາງພັກ, ການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງອຳນາດການປົກຄອງສູນກາງ ແລະ ທ້ອງຖິ່ນ, ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທຸກຂັ້ນ, ພ້ອມກັບການຮ່ວມແຮງຮ່ວມໃຈຂອງປະຊາຊົນ ໄດ້ປະກອບສ່ວນຮັບປະກັນວຽກງານເລືອກຕັ້ງ ດຳເນີນຢ່າງມີຄວາມເປັນລະບຽບຮຽບຮ້ອຍ, ປະສິດທິພົນ.

ທ່າດສາດສະດາຈານ Zhu Zhenming ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຢ່າງໝັ້ນແກ່ນຂອງພັກ ດ້ວຍການຮ່ວມແຮງຮ່ວມໃຈຂອງປະຊາຊົນຫວຽດນາມ ໝົດທຸກຄົນ, ການເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນປະສົບຜົນສຳເລັດຢ່າງຈົບງາມ.

TAG
VOV/VOVworld/ຈີນ/ສະ​ພາ​ແຫ່ງ​ຊາດ/ສະ​ພາ​ປະ​ຊາ​ຊົນ/ການ​ເລືອກ​ຕັ້ງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ