|
ກຳລັງເສນາຮັກສອງປະເທດກວດພະຍາດໃຫ້ແກ່ປະຊາຊົນ (ພາບ: qdnd.vn) |
ເມື່ອກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນຈັດຕະວາ ເຈິ່ນກົງເຈື່ອງ, ຮອງຫົວໜ້າກົມເສນາຮັກ, ກົມໃຫຍ່ພະລາທິການເຕັກນິກ, ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ມະນຸດສະທຳອັນສູງສົ່ງ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນທີ່ມີຕໍ່ກອງທັບສອງປະເທດ. ການເຄື່ອນໄຫວນີ້ຈະປະກອບສ່ວນຍົກສູງນ້ຳໃຈຄວາມສາມັກຄີມິດຕະພາບຂອງປະຊາຊົນ, ກອງທັບສອງປະເທດເວົ້າລວມ ແລະ ກຳລັງເສນາຮັກເວົ້າສະເພາະ.
ໄປຄຽງຄູ່ກັບການເຄື່ອນໄຫວກວດ, ປິ່ນປົ່ວພະຍາດຢູ່ ຫວຽດນາມ, ຄະນະປະຕິບັດງານເສນາຮັກສອງປະເທດ ກໍໄດ້ຈັດກິດຈະກຳກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນຢູ່ເທດສະບານ ຕຸ້ງຈູງ, ເຂດຝາງເຈີງ, ນະຄອນ ຝາງເຈີງກາງ, ເຂດປົກຄອງດ້ວຍຕົນເອງຊາວເຜົ່າຈວາງ ແຂວງ ກວາງຊີ (ຈີນ).
ເລເຟືອງ




