logo

ຂົນຂວາຍສະໜັບສະໜູນກໍ່ສ້າງ “ເຮືອນມະຫາສາມັກຄີບັນດາເຜົ່າ ຫວຽດນາມ” ຢູ່ເມືອງເກາະ ເຈື່ອງຊາ

2018/3/22 | 07:51:00
(VOVWORLD) - ຕອນບ່າຍວັນທີ 21 ມີນາ, ທີ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ປະຊຸມເພື່ອປຶກສາຫາລືຜັນຂະຫຍາຍການປະຕິບັດແຜນການຂອງຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ
ພາບປະກອບ/TTXVN

ສົມທົບກັບກອງບັນຊາການເຫຼົ່າຮົບກອງທັບເຮືອຈັດຕັ້ງຄະນະຜູ້ແທນບັນດາວິສາຫະກິດ, ນັກທຸລະກິດດີເດັ່ນ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທຸກຊັ້ນວັນນະໄປຢ້ຽມຢາມເມືອງເກາະ ເຈື່ອງຊາ, ເຮືອນຮ້ານເວນຍາມ DK1 ແລະ ຂົນຂວາຍສະໜັບສະໜູນເງິນເພື່ອກໍ່ສ້າງ “ເຮືອນມະຫາສາມັກຄີບັນດາເຜົ່າ ຫວຽດນາມ” ຢູ່ເມືອງເກາະ ເຈື່ອງຊາ. ແຜນການດັ່ງກ່າວ ແນໃສ່ປະກອບສ່ວນຍູ້ແຮງວຽກງານໂຄສະນາ, ຍົກສູງສະຕິຄວາມຮັບຜິດຊອບຂອງປະຊາຄົມວິສາຫະກິດ, ນັກທຸລະກິດ ຫວຽດນາມ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປະຊາຊົນທຸກຊັ້ນວັນນະກ່ຽວກັບເຂດທະເລໝູ່ເກາະສຳລັບພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ຄາດຄະເນວ່າ, ແນວໂຮມປະເທດຊາດ ຫວຽດນາມ ຈະຂົນຂວາຍການບໍລິຈາກເງິນໃຫ້ໄດ້ປະມານ 45 ຕື້ດົ່ງ ເພື່ອກໍ່ສ້າງກິດຈະກຳເຮືອນມະຫາສາມັກຄີບັນດາເຜົ່າ ຫວຽດນາມ ຢູ່ເມືອງເກາະ ເຈື່ອງຊາ.

TAG
VOV/VOVworld/​ເມືອງ​ເກາະ ເຈື່ອງ​ຊາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ