logo

ຂະ​ແໜງ​ທ່ອງ​ທ່ຽວ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ພິ​ຊິດ ຕະຫຼາດມ​າ​ເລ​ເຊຍ

2026/3/19 | 07:00:26
(VOVWORLD) - ໄປຄຽງຄູ່ກັບການໂຄສະນາພາບພົດ, ບັນດາຈຸດປາຍທາງທີ່ເປັນເອກະລັກສະເພາະ, ແນະນຳບັນດາສະຖານທີ່ປອດໄພ, ເປັນມິດ, ດຶງດູດ ແລະ ມີຄຸນນະພາບຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໄປຍັງແຂກທ່ອງທ່ຽວມາເລເຊຍແລ້ວ, ກອງປະຊຸມຍັງມີບັນດາກິດຈະກຳແລກປ່ຽນບົດຮຽນປະສົບການກ່ຽວກັບການຄຸ້ມຄອງການທ່ອງທ່ຽວ.
ຜູ້ຕາງໜ້າບັນດາບໍລິສັດທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ມາເລເຊຍ ແລກປ່ຽນທີ່ກອງປະຊຸມ (ພາບ: TTXVN)

ກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມໄດ້ດຳເນີນໃນວັນທີ 18 ມີນາ ຢູ່ນະຄອນຫຼວງ Kuala Lumpur ຂອງ ມາເລເຊຍ. ກອງປະຊຸມເພື່ອແນໃສ່ແນະນຳຄວາມສາມາດບົ່ມຊ້ອນ, ສະຖານທີ່ວັດທະນະທຳ ແລະ ການທ່ອງທ່ຽວຂອງເຂດດິນແດນພາກໃຕ້ກັບເພື່ອນມິດສາກົນ,ພ້ອມທັງເປີດໜ້າປະຫວັດສາດໃໝ່ໃຫ້ແກ່ການຮ່ວມມືລະຫວ່າງທາງທິດຕາເວັນຕົກ ແລະ ປະເທດ ມາເລເຊຍ.

ໄປຄຽງຄູ່ກັບການໂຄສະນາພາບພົດ, ບັນດາຈຸດປາຍທາງທີ່ເປັນເອກະລັກສະເພາະ, ແນະນຳບັນດາສະຖານທີ່ປອດໄພ, ເປັນມິດ, ດຶງດູດ ແລະ ມີຄຸນນະພາບຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໄປຍັງແຂກທ່ອງທ່ຽວມາເລເຊຍແລ້ວ, ກອງປະຊຸມຍັງມີບັນດາກິດຈະກຳແລກປ່ຽນບົດຮຽນປະສົບການກ່ຽວກັບການຄຸ້ມຄອງການທ່ອງທ່ຽວ, ສ້າງສະຖານທີ່ປາຍທາງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດເພື່ອກຽມພ້ອມຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນຫຼາຍມາຈາກມາເລເຊຍ.

ທ່ານນາງ Nornatasha Ahmad, ພະນັກງານຂັ້ນສູງຂອງກົມສົ່ງເສີມການທ່ອງທ່ຽວ ມາເລເຊຍ ຕີລາຄາວ່າ ກອງປະຊຸມ ໄດ້ນຳມາເຊິ່ງຜົນປະໂຫຍດຄວບຄູ່ໃຫ້ແກ່ທັງສອງປະເທດ. ຕາມທ່ານນາງແລ້ວ, ເຫດການນີ້ບໍ່ພຽງແຕ່ນຳມາເຊິ່ງກາລະໂອກາດເພື່ອໃຫ້ວິສາຫະກິດ ມາເລເຊຍ ເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບດິນແດນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ພ້ອມທັງຊ່ວຍໃຫ້ຝ່າຍ ຫວຽດນາມ ມີການສັງເກດທີ່ລະອຽດກວ່າກ່ຽວກັບຕະຫຼາດມາເລເຊຍ.


TAG
VOV/VOVworld/ຂະ​ແໜງ​ທ່ອງ​ທ່ຽວ​/ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້/ຫວຽດ​ນາມ/ມ​າ​ເລ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ