(VOVWORLD) -ດ້ວຍລາຍຮັບ 1.000.000 ຕື້ກວ່າດົ່ງ ປະມານ 40 ຕື້ກວ່າໂດລາສະຫະລັດ, ຕ້ອນຮັບແຂກທ່ອງທ່ຽວສາກົນຫຼາຍກວ່າ 20 ລ້ານເທື່ອຄົນ, ຂະແໜງທ່ອງທ່ຽວ ຫວຽດນາມ ໃນປີ 2025 ໄດ້ບືນຕົວຂຶ້ນຢ່າງແຂງແຮງ ຈາກຄວາມຫຍຸ້ງຍາກຂອງ ພະຍາດໂຄວິດ-19. ການຟື້ນຕົວບໍ່ພຽງແຕ່ສະແດງອອກຜ່ານຕົວເລກເທົ່ານັ້ນ ຫາກຍັງປາກົດມີໃນຊີວິດທີ່ຟົດຟື້ນຢູ່ຕາມສະຖານທີ່ທ່ອງທ່ຽວ, ຜ່ານສາຍຕາໃບໜ້າແຈ່ມໃສຂອງແຂກທ່ອງທ່ຽວ ແລະ ໃນວິທີ ຫວຽດນາມ ນັບມື້ມີຊື່ສຽງດ້ວຍສະຖານທີ່ມີສີສັນສະເພາະໃນແຜນທີ່ທ່ອງທ່ຽວໂລກ.