logo

ຄວາມ​ໄວ້​ວາງ​ໃຈ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ໃໝ່

2026/3/14 | 07:45:12
(VOVWORLD) - ຢູ່ບັນດາອົງການຕາງໜ້າ ແລະ ສະມາຄົມຄະນະຊາວຫວຽດນາມອາໄສຢູ່ຝລັ່ງ, ວຽກງານກະກຽມ ແລະ ໂຄສະນາພວມໄດ້ດຳເນີນຢ່າງຮີບດ່ວນ.
 ທ່ານ ຫວູທ້າຍຮ່າ, ຮອງເລຂາຄະນະພັກປະຈຳ ຝລັ່ງ (ພາບ: VOV)

ໃນຊຸມວັນນີ້, ປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງພວມພ້ອມກັນມຸ່ງໄປເຖິງເຫດການສຳຄັນຍິ່ງຂອງປະເທດຊາດແມ່ນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ຢູ່ບັນດາອົງການຕາງໜ້າ ແລະ ສະມາຄົມຄະນະຊາວຫວຽດນາມອາໄສຢູ່ຝລັ່ງ, ວຽກງານກະກຽມ ແລະ ໂຄສະນາພວມໄດ້ດຳເນີນຢ່າງຮີບດ່ວນ. ທ່ານ ຫວູທ້າຍຮ່າ, ຮອງເລຂາຄະນະພັກປະຈຳ ຝລັ່ງແບ່ງປັນວ່າ:

ເຖິງວ່າຢູ່ໄກປະເທດຊາດ, ແຕ່ພວກຂ້າພະເຈົ້າຍາມໃດກໍ່ຕິດຕາມການເລືອກຕັ້ງຢ່າງໃກ້ຊິດ ທີ່ຈະດຳເນີນໃນວັນທີ 15 ມີນາ. ພວກຂ້າພະເຈົ້າມີຄວາມຮັບຮູ້ວ່ານີ້ແມ່ນເຫດການການເມືອງສຳຄັນ ແມ່ນໂອກາດເພື່ອໃຫ້ຜູ້ມີສິດເລືອກຕັ້ງແຕ່ລະຄົນປະຕິບັດສິດເປັນເຈົ້າ, ສະແດງໃຫ້ເຫັນເຈດຈຳນົງ ແລະ ຄວາມຮັບຜິດຊອບຕໍ່ການພັດທະນາຂອງຫວຽດນາມ. ຜ່ານກະຊວງການຕ່າງປະເທດ ແລະ ອົງການຕາງໜ້າຫວຽດນາມ ປະຈຳຝລັ່ງ, ພວກຂ້າພະເຈົ້າໄດ້ຮັບຂໍ້ມູນ, ເອກະສານແນະນຳກ່ຽວກັບການເລືອກຕັ້ງຢ່າງຄົບຖ້ວນ, ເພື່ອຊ່ວຍໃຫ້ພະນັກງານ ແລະ ປະຊາຄົມເຂົ້າໃຈແຈ້ງເປົ້າໝາຍ, ຄວາມໝາຍຂອງເຫດການນີ້.

TAG
VOV/VOVworld/ສະ​ພາ​ແຫ່ງ​ຊາດ​/ການ​ເລືອກ​ຕັ້ງ/ສະ​ພາ​ປະ​ຊາ​ຊົນ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ