logo

ຄະນະປະຕິບັດງານລະຫວ່າງຂະແໜງຢ້ຽມຢາມເມືອງເກາະ ເຈື່ອງຊາ, ແຂວງ ແຄ໋ງຮ່ວາ

2017/4/22 | 08:44:27
​​​​​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 42 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ແຕ່​ວັນ​ທີ 15 -24/4, ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 4 ເຫຼົ່າ​ທັບ​ເຮືອ ຫວຽດ​ນາມ 

ເຄື່ອງ​ຂອງ​ໄດ້​ສົ່ງ​ເຖິງ​ບັນ​ດາ​ທະ​ຫານ​ເຈື່ອງ​ຊາ
(ພາບ: ສື່​ເອ​ເລັກ​ໂຕ​ນິກ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ)

(vovworld) – ​​​​​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 42 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ແຕ່​ວັນ​ທີ 15 -24/4, ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 4 ເຫຼົ່າ​ທັບ​ເຮືອ ຫວຽດ​ນາມ ໄດ້​​ແຕ່ງ​ຕັ້ງຄະ​ນະ​ປະ​ຕິ​ບັດ​ງານ​ທ​ີ 6 ສົ່ງ​ບັນ​ດາ​ພະ​ນັກ​ງານ​ການ​ນຳ, ຕາງ​ໜ້າ​ໃຫ້​ການນ​ຳ​ບາງ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ ແລະ ທ້ອງ​ຖິ່ນ​ໄປ​ຢ້ຽມ​ຢາມ ແລະ ລະ​ດົມ​ກຳ​ລັງ​ໃຈ​ແກ່ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ເມືອງ​ເກາະ ເຈື່ອງ​ຊາ, ແຂວງ ແຄ໋ງ​ຮ່​ວາ ແລະ ເຮືອນ​ຮ້ານ DK1 ໃນ​ເຂດ​ໄລ່​ທະ​ວີບ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ຊາດ. ຄະ​ນະ​ປະ​ຕິ​ບັດ​ງານ​ໄປ​ຢ້ຽມ​ຢາມ​ເກາະ ເຈື່ອງ​ຊາ​ເລີ໋ນ, ຊິງ​ໂຕນ, ຊອງ​ຕື​ໄຕ, ນາມ​ອຽດ, ເຊີນ​ກາ, ເຮືອນ​ຮ້ານ DK 1…ການ​ຢ້ຽມ​ຢາມ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດ​າ​ກະ​ຊວງ, ຂະ​ແໜງ​ການຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ, ກໍ່​ຄື​ສະ​ມາ​ຊິກ​ໃນ​ຄະ​ນະ​ແຕ່​ລະ​ຄົນ​ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື, ຕອບ​ບຸນ​ແທນ​ຄຸນ​ບັນ​ດາ​ນັກ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ​ໃນ​ໝູ່​ເກາະ ເຈື່ອງ​ຊາ ແລະ ເຂ​ດ​ໄລ່​ທະ​ວີບ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ຊາດ. 


TAG
vovworld/ສະ​ເຫຼີມ​ສະ​ຫຼອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ