ວັນທີ 14 ມີນາ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໃຫ້ຮູ້ວ່າ, ປະເທດນີ້ ພ້ອມແລ້ວທີ່ຈະເປັນກາງໄກ່ເກ່ຍໃນການເຈລະຈາລະຫວ່າງ ອິດສະຣາແອັນ ແລະ ລີບັງ. ໃນຂະນະນັ້ນ, ສື່ມວນຊົນ ອິດສະຣາແອັນ ກໍໄດ້ໃຫ້ຂ່າວກ່ຽວກັບເລື່ອງປະເທດນີ້ ແລະ ລີບັງ ຄາດວ່າຈະຈັດການເຈລະຈາແບບເຊິ່ງໜ້າໃນຊຸມວັນຈະມາເຖິງ, ໃນສະພາບການປະທະກັນລະຫວ່າງ ອິດສະຣາແອັນ ແລະ ກຳລັງ ເຮັກໂບລາ ເກີດຂຶ້ນຢູ່ ລີບັງ ຄືນໃໝ່.
ຕາມທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລ້ວ, ລັດຖະບານ ລີບັງ ພ້ອມແລ້ວທີ່ຈະດຳເນີນການເຈລະຈາແບບເຊິ່ງໜ້າກັບ ອິດສະຣາແອັນ. ທ່ານຮຽກຮ້ອງໃຫ້ ອິດສະຣາແອັນ ແລະ ເຮັກໂບລາ ຢຸດຕິການບຸກໂຈມຕີ, ພ້ອມທັງຖືວ່າ ອິດສະຣາແອັນ ຄວນກຳແໜ້ນໂອກາດນີ້, ເພື່ອເລີ່ມຕົ້ນບັນດາການເຈລະຈາຢຸດຍິງ, ຊອກຫາມາດະການຍາວນານ ແລະ ສ້າງເງື່ອນໄຂເພື່ອໃຫ້ອຳນາດການປົກຄອງ ລີບັງ ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບອະທິປະໄຕ.
ສ່ວນຕາມອົງການສື່ມວນຊົນ ອິດສະຣາແອັນ, ການເຈລະຈາຄາດວ່າມີການເຂົ້າຮ່ວມຂອງຝ່າຍ ອາເມລິກາ, ໂດຍຈັດຂຶ້ນຢູ່ ຝລັ່ງ ຫຼື ສາທາລະນະລັດ Cyprus, ເນື້ອໃນສຸມໃສ່ການຢຸດຕິການປະທະກັນຢູ່ ລີບັງ ແລະ ມາດຕະການກຳລັງ ເຮັກໂບລາ.
ນັກຂ່າວ VOV ປະຈຳ ອີຢິບ



