logo

ຈັດ​​ການ​ຊ້ອມ​​ໃຫຍ່ວຽກ​ງານ​ເລືອກ​ຕັ້ງ​​ຢູ່​ໝູ່​ເກາະ​ເຈື່ອງ​ຊາ, ແຂວງ​ແຄ້ງ​ຮ​ວ່າ

2026/3/14 | 07:43:28
(VOVWORLD) - ການຊ້ອມໃຫຍ່ໂດຍເຂດພິເສດເຈື່ອງຊາ ຈັດຂຶ້ນຢ່າງເຂັ້ມງວດດ້ວຍເນື້ອໃນຢ່າງຄົບຖ້ວນ ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການເລືອກຕັ້ງ. 
ເກາະເຈື່ອງຊາກຽມພ້ອມໃຫ້ແກ່ວັນບຸນໃຫຍ່ (ພາບ: VOV)

ຕອນເຊົ້າວັນທີ 14 ມີນາ, ຢູ່ເຂດປ່ອນບັດເລືອກຕັ້ງເລກທີ 14, ເກາະເຈື່ອງຊາ (ເຂດພິເສດເຈື່ອງຊາ) ໄດ້ດຳເນີນການຊ້ອມໃຫຍ່ວຽກງານກະກຽມຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031.

ການຊ້ອມໃຫຍ່ໂດຍເຂດພິເສດເຈື່ອງຊາ ຈັດຂຶ້ນຢ່າງເຂັ້ມງວດດ້ວຍເນື້ອໃນຢ່າງຄົບຖ້ວນ ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການເລືອກຕັ້ງ. ບັນດາກຳລັງພວມຕັ້ງຖິ່ນທັບ, ປະຊາຊົນໃນເກາະໄດ້ປະຕິບັດການຊ້ອມໃຫຍ່ວິວັດການຕ້ອນຮັບຜູ້ມີສິດເລືອກຕັ້ງ, ກວດກາບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ແນະນຳການປ່ອນບັດ ແລະ ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ສະຖານທີ່ປ່ອນບັດ. ວຽກງານປະດັບປະດາຕ້ອນຮັບແຂກ, ຈັດວາງຕູ້ປ່ອນບັດ, ຕິດປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ແລະ ຜູ້ສະໝັກຮັບເລືອກຕັ້ງໄດ້ປະຕິບັດສຳເລັດຕາມຂໍ້ກຳນົດ. ບັນດາຜູ້ມີສິດເລືອກຕັ້ງຢູ່ເກາະເຈື່ອງຊາ ຈະເຂົ້າຮ່ວມການເລືອກຕັ້ງພ້ອມກັບຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ໃນວັນທີ 15 ມີນາ 2026.

TAG
VOV/VOVworld/​ໝູ່​ເກາະ​ເຈື່ອງ​ຊາ/ແຂວງ​ແຄ້ງ​ຮ​ວ່າ/ການ​ເລືອກ​ຕັ້ງ/ສະ​ພາ​ແຫ່ງ​ຊາດ/ສະ​ພາ​ປະ​ຊາ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ