(ທີ່ພິທີຕ້ອນຮັບ) |
ຕອນເຊົ້າວັນທີ 19 ມີນາ, ຢູ່ດ່ານຊາຍແດນສາກົນ ຕຸງສິງ, ປະເທດ ຈີນ, ທ່ານພົນໂທ ຕຸງຈີນ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ, ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເປັນຫົວໜ້າຄະນະ, ໄປເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນມິດຕະພາບເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 10 ທີ່ໄດ້ຈັດຂຶ້ນຢູ່ເຂດປົກຄ້ອງດ້ວຍຕົນເອງເຜົາ ຈວາງ ກວາງຊີ (ຈີນ).
(ຄະນະຜູ້ແທນ 2 ປະເທດໄປຢ້ຽມຢາມກອງຮ້ອຍຊາຍແດນ ຕຸງສິງ) |
ພາຍຫຼັງພິທີຕ້ອນຮັບ, ຄະນະຜູ້ແທນ 2 ປະເທດໄດ້ໄປຢ້ຽມຢາມກອງຮ້ອຍຊາຍແດນ ຕຸງສິງ, ເຂດປົກຄ້ອງດ້ວຍຕົນເອງເຜົ່າ ຈວາງ ກວາງຊີ. ຢູ່ທີນີ້, ລັດຖະມົນຕີ 2 ທ່ານໄດ້ປູກຕົ້ນໄມ້ທີ່ລະນຶກ, ຮັບຊົມການແຂ່ງຂັນກິລາ.
ເນື່ອງໃນໂອກາດນີ້, ລັດຖະມົນຕີ 2 ທ່ານໄປຢ້ຽມຢາມເຂດປູຊະນີຍະສະຖານ “ເສັ້ນທາງ ໂຮ່ຈີມິນ ທາງທະເລ” ຢູ່ທ່າກຳປັ່ນທ່ອງທ່ຽວ ຟ໋າງເຈິງກາງ, ກວາງຊີ.
ພາຍຫຼັງຈັດຂຶ້ນເປັນເວລາ 2 ວັນ (18 – 19 ມີນາ) ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງນັ້ນ, ງານພົບປະແລກປ່ຽນໄດ້ສິ້ນສຸດລົງດ້ວຍພິທີສົ່ງຄະນະຜູ້ແທນ ຫວຽດນາມ ກັບເມືອ ຫວຽດນາມ ໂດຍຈັດຂຶ້ນໃນຕອນບ່າຍວັນທີ 19 ມີນາ. ເມື່ອແລກປ່ຽນກັບສື່ມວນຊົນຢູ່ນອກງານພົບປະແລກປ່ຽນ, ທ່ານພົນຕີ ຫງວຽນແອັງຕວັນ, ກຳມະການການເມືອງທະຫານຊາຍແດນ, ໃຫ້ຮູ້ວ່າ:
“ງານພົບປະແລກປ່ຽນປ້ອງກັນຊາດ, ພິເສດແມ່ນການພົບປະແລກປ່ຽນມິດຕະພາບເຂດຊາຍແດນ, ແມ່ນການເຄື່ອນໄຫວພົວພັນຕ່າງປະເທດຍຸດທະສາດ ເພື່ອສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ພັດທະນາ. ຈຸດພົ້ນເດັ່ນໃນຄັ້ງນີ້ແມ່ນ ຜ່ານການໂອ້ລົມສົນທະນາ ເພື່ອປັບປຸງ ແລະ ຍູ້ແຮງ, ຫັນແຜນນະໂຍບາຍຍຸດທະສາດລະຫວ່າງ 2 ພັກ, 2 ລັດ ເປັນລະອຽດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການຮ່ວມມືຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ພ້ອມກັນສ້າງປະຊາຄົມແບ່ງປັນອະນາຄົດ”.




