logo

ຈີນ ເຫັນດີເປັນເອກະພາບຕໍ່ການໂຈະການຢ້ຽມຢາມ ປັກກິ່ງ ຂອງທ່ານປະທານາທິບໍດີ Donald Trump

2026/3/19 | 09:16:56
(VOVWORLD) -  ປະຈຸບັນ, ຍັງບໍ່ທັນມີກຳນົດເວລາລະອຽດ ແລະ ບັນດາເຈົ້າໜ້າທີ່ພວມມານພະຍາຍາມເພື່ອໃຫ້ການຢ້ຽມຢາມສາມາດດຳເນີນໄປຍິ່ງໄວກໍ່ຍິ່ງດີ.
ການນຳ ອາເມລິກາ ແລະ ຈີນ
(ພາບປະກອບ: EUTERS/Evelyn Hockstein)

        ວັນທີ 18 ມີນາ, ແຈ້ງການຂອງ ຈີນ ໄດ້ເຫັນດີເປັນເອກະພາບຕໍ່ການໂຈະການຢ້ຽມຢາມ ປັກກິ່ງ ຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ, ເຊິ່ງຄາດວ່າຈະດຳເນີນໃນທ້າຍເດືອນນີ້.

        ທ່ານນາງ Karoline Leavitt, ເລຂາສື່ມວນຊົນຂອງທຳນຽບຂາວ ໃຫ້ຮູ້ວ່າ ປະຈຸບັນ, ຍັງບໍ່ທັນມີກຳນົດເວລາລະອຽດ ແລະ ບັນດາເຈົ້າໜ້າທີ່ພວມມານພະຍາຍາມເພື່ອໃຫ້ການຢ້ຽມຢາມສາມາດດຳເນີນໄປຍິ່ງໄວກໍ່ຍິ່ງດີ. ກ່ອນໜ້ານັ້ນ, ວັນທີ 17 ມີນາ, ທ່ານປະທານາທິບໍດີ Donald Trump ໄດ້ເຜີຍໃຫ້ຮູ້ວ່າ ຈະໂຈະການໄປຢ້ຽມຢາມ ຈີນ ຕື່ມອີກປະມານ 5 – 6 ອາທິດ, ດ້ວຍເຫດຜົນສະພາບຄວາມເຄັ່ງຕຶງຢູ່ ອີຣານ.

        ຕາມແຜນການໃນເບື້ອງຕົ້ນ, ຄາດວ່າ, ທ່ານປະທານາທິບໍດີ Donald Trump ຈະໄປຢ້ຽມຢາມ ຈີນ ແຕ່ວັນທີ 31 ມີນາ ຮອດວັນທີ 02 ເມສາ. ຄາດວ່າ, ການພົບປະລະຫວ່າງບັນດາການນຳ ອາເມລິກາ - ຈີນ ຈະສຸມໃສ່ບັນດາບັນຫາດ້ານການຄ້າ ແລະ ພວມດຳເນີນໄປໃນສະພາບຄວາມເຄັ່ງຕຶງລະຫວ່າງ 2 ປະເທດທີ່ກ່ຽວຂ້ອງເຖິງພາສີອາກອນ.

TAG
VOV/VOVworld/ຢ້ຽມ​ຢາມ/​ດຳ​ເນີນ​/​ຍິ່ງ​ໄວ​ກໍ່​ຍິ່ງ​ດີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ