logo

ຊຸກ​ຍູ້​ການ​ຮ່ວມ​ມື​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ຫວຽດ​ນາມ - ອາ​ເມ​ລິ​ກາ

2026/3/12 | 09:04:50
(VOVWORLD) - ບັນດາວາລະປຶກສາຫາລືສຸມໃສ່ຫຼາຍຫົວຂໍ້ສຳຄັນຄື: ການຮ່ວມມືໃນຂະແໜງເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, Bigdata, Clouthing Computer, ຄວາມປອດໄພທາງໄຊເບີ. 
ທ່ານ ຫງວຽນກວັກຢຸງ ເອກອັກະຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ກ່າວຄຳເຫັນທີ່ເວທີປາໄສ
(ພາບ: VOV)

ວັນທີ 11 ມີນາ, ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ (ອາເມລິກາ), ໄດ້ດຳເນີນເວທີປາໄສການນຳຂັ້ນສູງດ້ວຍຫົວຂໍ້ “ເພີ່ມທະວີການພົວພັນ ອາເມລິກາ - ຫວຽດນາມ ຮັບຮອງເອົາການຮ່ວມມື ແລະ ຄູ່ຮ່ວມມືເຕັກໂນໂລຢີ”. ເຫດການໂດຍສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ປະສານສົມທົບກັບສະຖາບັນຄົ້ນຄ້ວາອາຊີຕາເວັນອອກ ຂຶ້ນກັບມະຫາວິທະຍາໄລ ໂກລົມເບຍ ແລະ ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ຈັດຂັ້ນ. ບັນດາວາລະປຶກສາຫາລືສຸມໃສ່ຫຼາຍຫົວຂໍ້ສຳຄັນຄື: ການຮ່ວມມືໃນຂະແໜງເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, Bigdata, Clouthing Computer, ຄວາມປອດໄພທາງໄຊເບີ. ໄປຄຽງຄູ່ກັນນັ້ນ, ບັນດາຜູ້ແທນກໍ່ໄດ້ແລກປ່ຽນກ່ຽວກັບພື້ນຖານໂຄງລ່າງເຕັກໂນໂລຢີຍຸດທະສາດ ແລະ ບັນດາແຫຼ່ງກຳລັງດ້ານການເງິນເພື່ອແນໃສ່ໜູນຊ່ວຍບັນດາໂຄງການຮ່ວມມືເຕັກໂນໂລຢີລະຫວ່າງສອງປະເທດ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກຸ່ມບໍລິສັດຄື: Intel, Qualcomm ພ້ອມກັບບັນດາອົງການການເງິນພັດທະນາຂອງ ອາເມລິກາ.

ຕາມທ່ານ ຫງວຽນກວັກຢຸງ ເອກອັກະຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາແລ້ວ, ຫວຽດນາມ ໄດ້ກຳນົດ 11 ຂົງເຂດເຕັກໂນໂລຢີຍຸດທະສາດເພື່ອແນໃສ່ຊຸກຍູ້ການເຕີບໂຕ ແລະ ຍົກສູງຖານະບົດບາດໃນລະບົບມູນຄ່າທົ່ວໂລກ, ດັ່ງນັ້ນ ການຮ່ວມມືກັບ ອາເມລິກາ ມີຄວາມໝາຍສຳຄັນເມື່ອປະເທດນີ້ແມ່ນສູນເຕັກໂນໂລຢີ ແລະ ນະວັດຕະກຳແຖວໜ້າໂລກ, ໃນຂະນະທີ່ ຫວຽດນາມ ມີພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ກຳລັງແຮງງານໜຸ່ມ ແລະ ລະບົບນິເວດນະວັດຕະກຳພວມພັດທະນາໂດຍໄວ.

TAG
VOV/VOVworld/​ເຕັກ​ໂນ​ໂລ​ຢີ/ຫວຽດ​ນາມ/ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ