logo

ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ມຸ່ງ​ໄປ​ເຖິງ “ວັນ​ບຸນ​ຂອງ​ປະ​ເທດ​ຊາດ”, ຝາກ​ຝັງ​ຄວາມ​ເຊື່ອ​ໝັ້ນ​ຜ່ານ​ບັດ​ເລືອກ​ຕັ້ງ

2026/3/15 | 04:47:55
(VOVWORLD) -  ອນເຊົ້າວັນທີ 15 ມີນາພ້ອມກັບຜູ້ມີສິດເລືອກຕັ້ງໃນທົ່ວປະເທດທີ່ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ສົກປີ 2026 – 2031, ຊາວ ຫວຽດນາມ ອາໄສ ຢູ່ຫຼາຍປະເທດໃນໂລກຈຳນວນຫຼາຍ ທີ່ພວມມີໜ້າຢູ່ບ້ານເກີດເມືອງນອນໄດ້ເຂົ້າຮ່ວມການປ່ອນບັດປະຕິບັດສິດ ແລະ ພັນທະພົນລະເມືອງໂດຍກົງໃນ “ວັນບຸນຂອງປະເທດຊາດ”.
 ທ່ານນາງ ຫງວຽນຫວຽດຈ່ຽວປະທານສະຫະພັນແມ່ຍິງ ຫວຽດນາມ ປະຈຳ ເອີຣົບ ປ່ອນບັດຢູ່ເຂດປ່ອນບັດທີ 3, ຕາແສງ ຮາຍບ່າຈຶງ, ນະຄອນ ຮ່າໂນ້ຍ (ພາບ:VOV5)

 ທ່ານນາງ ຫງວຽນຫວຽດຈ່ຽວ, ປະທານສະຫະພັນແມ່ຍິງ ຫວຽດນາມ ປະຈຳ ເອີຣົບ, ໃຫ້ຮູ້ວ່າ:

    ຜູ້ແທນທີ່ໄດ້ຮັບການເລືອກຕັ້ງນັ້ນ ກ່ອນອື່ນໝົດຕ້ອງເປັນຄົນມີຄຸສົມບັດ, ມີບຸກຄະລິກກະພາບ ແລະ ຄວາມໄວ້ວາງໃຈໃນໝູ່ປະຊາຊົນ. ໄປຄຽງຄູ່ກັນນັ້ນ, ເຂົາເຈົ້າຕ້ອງມີພູມປັນຍາ, ມີກຳລັງຄວາມສາມາດເພື່ອດຳລົງບັນດາໜ້າທີ່ໃຫຍ່, ພ້ອມທັງຕ້ອງໃກ້ຊິດກັບປະຊາຊົນ, ຮັບັງ ແລະ ເຄົາລົບຄວາມມຸ່ງມາດປາດໜາຂອງປະຊາຊົນ. ຂ້າພະເຈົ້າກໍຫວັງວ່າ ບັນດາຜູ້ແທນຈະມີຄວາມຄາດຫວັງ ແລະ ຄວາມຕັດສິນໃຈສ້າງບັນດາບາດກ້າວກະໂດດຂັ້ນເພື່ອປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາຂອງປະເທດຊາດໃນໄລຍະໃໝ່".

ທ່ານ ຫງວຽນຢຸຍແອັງ, ປະທານກຽດຕິມະສັກ ສະມາຄົມຊາວ ຫວຽດນາມ ປະຈຳ Fukuoka, ຍີ່ປຸ່ນ 
ບໍ່ພຽງແຕ່ໄດ້ຕິດຕາມບັນດາເຫດການການເມືອງສຳຄັນຂອງປະເທດຈາກທາງໄກ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍຄົນ ໄດ້ກັບເມືອ ຫວຽດນາມ ກົງກັບໂອກາດເລືອກຕັ້ງ ໄດ້ເປັເຈົ້າການສັບຊ້ອນເວລາເພື່ອເຂົ້າຮ່ວມການປ່ອນບັດໂດຍກົງ. ສຳລັບຊາວ ຫວຽດນາມ ຫຼາຍຄົນທີ່ອາໄສຢູຕ່າງປະເທດ, ເລື່ອງກັບເມືອບ້າເກີດເມືອງນອນເຂົ້າຮ່ວມການປ່ອນບັດ ກໍແມ່ນຄວາມຊົງຈຳອັນພິເສດ. ທ່ານ ຫງວຽນຢຸຍແອັງ, ປະທານກຽດຕິມະສັກ ສະມາຄົມຊາວ ຫວຽດນາມ ປະຈຳ Fukuoka, ຍີ່ປຸ່ນ, ໃຫ້ຮູ້ວ່າ:

    ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນດາສະມາຊິກໃນຊຸດໃໝ່ນີ້ ຈະມີວິທີມອງເຫັນທີ່ເລິກເຊິ່ງ ແລະ ຮອບດ້ານກວ່າກ່ຽວກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ. ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມີພູມປັນຍາ, ຄວາມສາມາດດ້ານເສດຖະກິດ ແລະ ຫຼາຍສາຍພົວພັນສາກົນ, ສະນັ້ນ, ຫວັງຢ່າງຍິ່ງວ່າ ຈະມີບັນດາກົນໄກ ແລະ ນະໂຍບາຍທີ່ສະດວກ ເພື່ອໃຫ້ພວກຂ້າພະເຈົ້າສາມາດກັບເມືອປະເທດ ປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ, ຮ່ວມເດີນທາງພ້ອມກັບປະເທດຊາດໃນໄລຍະພັດທະນາໃໝ່.”

ຮົ່ງແອັງ

TAG
VOV/VOVworld/ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ/ວັນ​ບຸນ​ຂອງ​ປະ​ເທດ​ຊາດ/ເລືອກ​ຕັ້ງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ