logo

ດ່ານ​ຊາຍ​ແດນ Rafah ເປີດ​ປະ​ຕູ​ຄືນ​ໃໝ່

2026/3/20 | 09:12:17
(VOVWORLD) - ວັນທີ 19 ມີນາ, ອິດສະລາແອັນ ໄດ້ເປີດປະຕູດ່ານຊາຍແດນ Rafah ລະຫວ່າງ ເຂດກາຊາ ແລະ ເອຢິບ ຄືນໃໝ່, ພາຍຫຼັງປິດເກືອບ 3 ອາທິດເພື່ອອະນຸຍາດໃຫ້ຊາວ ປາແລັດສະຕິນ ທີ່ຖືກບາດເຈັບຜ່ານແດນອອກໄປເພື່ອປິ່ນປົວ. 
ດ່ານຊາຍແດນ Rafah ລະຫວ່າງ ເຂດກາຊາ ແລະ ເອຢິບ  (ພາບ: VOV)

ກ່ອນໜ້ານັ້ນ, ອິດສະລາແອັນ ໄດ້ປະກາດເລື່ອງການເດີນທາງໄປມາຜ່ານດາຍຊາຍແດນ ຈະໄດ້ເຊື່ອມຕໍ່ຄືນ ດ້ວຍການປະສານສົມທົບ ຂອງ ເອຢິບ, ໂດຍອີ່ງຕາມການຍອມຮັບດ້ານຄວາມໝັ້ນຄົງຂອງອິດສະລາແອັນ ແລະ ໄດ້ຮັບການຕິດຕາມກວດກາໂດຍຄະນະປະຕິບັດການໜູນຊ່ວຍເຂດຊາຍແດນຂອງ ສະຫະພາບເອີລົບ. Rafah ຖືກກຳລັງ ອິດສະລາແອັນ ຢຶດຄອງເປັນເວລາເກືອບ 2 ປີກ່ອນການປະທະກັນກັບ ຮາມາດ, ໄດ້ເປີດປະຕູຄືນໃນໄລຍະສັ້ນໃນວັນທີ 2 ກຸມພາໂດຍອະນຸຍາດໃຫ້ເດີນທາງໄປມາແບບຈຳກັດ, ແຕ່ຖືກປິດປະຕູອີກຄັ້ງໃນວັນທີ 28 ກຸມພາ, ພ້ອມກັບທຸກດ່ານຊາຍແດນເຂົ້າອອກກາຊາແຫ່ງອື່ນໆ, ເມື່ອອິດສະລາແອັນ ສົມທົບກັບ ອາເມລິກາ ບຸກໂຈມຕີອີຣານ.

TAG
VOV/VOVworld/ດ່ານ​ຊາຍ​ແດນ Rafah/ເຂດ​ກາ​ຊາ/ເອ​ຢິບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ