logo

ຕ​ະຫຼາດ​ຫວຽດ​ນາມ ແມ່ນ​ຈຸດ​ພົ້ນ​ເດັ່ນ ກ່ຽວ​ກັບ​ແຫຼ່ງ​ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ​ຢູ່ ອາ​ຊີ

2026/3/18 | 07:38:06
(VOVWORLD) - ການຕີລາຄາດັ່ງກ່າວໂດຍທະນາຄານລົງທຶນ MBSB ຂອງມາເລເຊຍ ຍົກອອກມາໃນບົດລາຍງານທີ່ມີຊື່ວ່າ: “ Fund Flow Report” ດ້ວຍບັນດາຂໍ້ມູນໄດ້ຮັບການສະຖິຕິ ແລະ ຄິດໄລ່ໃນ 1 ອາທິດທຸລະກຳ, ສິ້ນສຸດໃນວັນທີ 13 ມີນາ. 
ຕ່ອງໂສ້ການຜະລິດທີ່ທັນສະໄໝຂອງບໍລິສັດຈຳກັດ Hana Micron Vina (ພາບ: TTXVN)

ຫວຽດນາມແມ່ນປະເທດໜຶ່ງດຽວຢູ່ອາຊີ ທີ່ໄດ້ຮັບຮູ້ແຫຼ່ງເງິນລົງທຶນຈາກຕ່າງປະເທດ ໄຫຼເຂົ້າມາຕະຫຼາດການເງິນ, ບັນລຸໄດ້ເງິນເປັນຈຳນວນ 46,4 ລ້ານ USD ໃນອາທິດທີ່ສິ້ນສຸດໃນວັນທີ 13 ມີນາ, ຢຸດຕິການຂາຍສຸດທີໃນ 2 ອາທິດກ່ອນນັ້ນ. ການຕີລາຄາດັ່ງກ່າວໂດຍທະນາຄານລົງທຶນ MBSB ຂອງມາເລເຊຍ ຍົກອອກມາໃນບົດລາຍງານທີ່ມີຊື່ວ່າ: “ Fund Flow Report” ດ້ວຍບັນດາຂໍ້ມູນໄດ້ຮັບການສະຖິຕິ ແລະ ຄິດໄລ່ໃນ 1 ອາທິດທຸລະກຳ, ສິ້ນສຸດໃນວັນທີ 13 ມີນາ. ຕາມບົດລາຍງານທີ່ໄດ້ປະກາດໃນວັນທີ 16 ມີນາແລ້ວ, ການຜັນແປນີ້ໄດ້ເກີດຂຶ້ນໃນສະພາບການບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ ຜັນຂະຫຍາຍບັນດາມາດຕະການປີການເງິນ ແລະ ດັດສົມແຫຼ່ງສະໜອງຢ່າງຄົບຊຸດເພື່ອ ແນໃສ່ຮັກສາລາຄາເຊື້ອເພີງພາຍໃນປະເທດໃຫ້ເປັນປົກກະຕິ ຕໍ່ໜ້າກັບຜັນຜວນຂອງລາຄາເຊື້ອເພີງໂລກ. ລະອຽດແມ່ນ, ລັດຖະບານ ຫວຽດນາມ ໄດ້ນຳໃຊ້ກອງທຶນຮັກສາລາຄານ້ຳມັນເຊື້ອໄຟໃຫ້ເປັນປົກກະຕິ, ຫຼຸດຜ່ອນພາສີນ້ຳເຂົ້າບຸລິມະສິດ(MFN)  ສຳລັບສິນຄ້ານ້ຳມັນເຊື້ອໄຟບາງປະເພດ, ພ້ອມທັງລະດົມນ້ຳມັນປະມານ 4 ລ້ານຖັງຈາກບັນດາຄູ່ຮ່ວມມືເພື່ອຮັບປະກັນແຫຼ່ງສະໜອງໃນໄລຍະສັ້ນ.

TAG
VOV/VOVworld/ເງິນ​ລົງ​ທຶນ/ຕ່າງ​ປະ​ເທດ/ເສດ​ຖະ​ກິດ/ພັດ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ