ນາຍທະຫານຮັກສາສັນຕິພາບ ສປຊ 3 ຄົນ ເສຍຊີວິດຢູ່ພາກໃຕ້ ລີບັງ (ພາບ: REUTERS) |
ທະຫານຮັກສາສັນຕິພາບ ສປຊ 3 ຄົນໄດ້ເສຍຊີວິດໃນ 2 ເຫດການຕ່າງກັນຢູ່ພາກໃຕ້ ລີບັງ ເມື່ອວັນທີ 30 ມີນາ. ກຳລັງຮັກສາສັນຕິພາບຊົ່ວຄາວ ສປຊ ປະຈຳ ລີບັງ (UNIFIL) ໃຫ້ຮູ້ວ່າ ທະຫານຮັກສາສັນຕິພາບ 2 ຄົນ ໄດ້ເສຍຊີວິດພາຍຫຼັງເຫດລະເບີດເກີດຂຶ້ນ ໂດຍຍັງບໍ່ຮູ້ແຈ້ງສາຍເຫດມ້າງທຳລາຍລົດຄັນໜຶ່ງຂອງເຂົາເຈົ້າຢູ່ເຂດ Bani Hayyan ພາກໃຕ້ ລີບັງ. ກ່ອນໜ້ານັ້ນ, ທະຫານຮັກສາສັນຕິພາບຊາວ ອິນໂດເນເຊຍ 1 ຄົນ ກໍເສຍຊີວິດໃນຮຸ່ງເຊົ້າຂອງວັນດຽວກັນ, ເມື່ອລູກປືຍໃຫຍ່ລະເບີດຂຶ້ນຢູ່ບ້ານ Adchit Al – Qusayr, ພາກໃຕ້ລີບັງ. UNIFIL ໄດ້ກ່າວປະນາມບັນດາເຫດການດັ່ງກ່າວຢ່າງແຮງ ແລະ ໃຫ້ຮູ້ວ່າ ພວມສືບສວນສາຍເຫດ. ນີ້ກໍແມ່ນບັນດາກໍລະນີເສຍຊີວິດທຳອິດຂອງກຳລັງດັ່ງກ່າວ, ພາຍຫຼັງການປະທະກັນລະຫວ່າງ ອິດສະຣາແອັນ - ເຮັກໂບລາ ລະເບີດຄືນໃໝ່ ນັບແຕ່ວັນທີ 2 ມີນາ ເປັນຕົ້ນມາ.
ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ບັນດາບັ້ນບຸກໂຈມຕີເລັ່ງໃສ່ກຳລັງຮັກສາສັນຕິພາບແມ່ນການລະເມີດກົດໝາຍມະນຸດສະທຳສາກົນຢ່າງຮ້າຍແຮງ ແລະ ອາດຈະກາຍເປັນໂທດກຳສົງຄາມໄດ້.
ໃນວັນດຽວກັນ, ຝລັ່ງ ໄດ້ຍົກອອກຄຳຮຽກຮ້ອງຈັດກອງປະຊຸມດ່ວນຢູ່ສະພາຄວາມໝັ້ນຄົງ ສປຊ ເພື່ອປຶກສາຫາລືກ່ຽວກັບເຫດການດັ່ງກ່າວ.




