ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ລົງຢ້ຽມຢາມເຂດຊາວຄິດ ກິມເຊີນ ແຂວງນິງບີງ

ເນື່ອງໃນໂອກາດວັນບຸນຄິດສະມາດປີ 2011, ຕອນເຊົ້າວັນທີ 23 ທັນວາ, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາຜູ້ທີ່ ມີຍົດສັກຕ່ຳແໜ່ງໃນສາດສາໜາຄິດ ແລະ ຜູ້ຕາງ ໜ້າພໍ່ແມ່ພີນ້ອງຊາວຄິດຢູ່ເຂດ ຊາວຄິດ ກິມເຊີນ ແຂວງນິງບີງ. ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ສະແດງຄວາມຫວັງວ່າ ໃນປີໜ້າ, ພໍ່ແມ່ພີນ້ອງຊາວຄິດໃນບໍລິເວນ ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ເຂົ້າຮ່ວມການປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດເປັນຢ່າງດີ, ຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດ, ກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນຫຼາຍກ່ວາອີກເຂົ້າໃນການພັດທະນາຂອງແຂວງນິງບີງກໍ່ຄືຂອງປະເທດຊາດ. ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ອວຍພອນຊາວຄິດທຸກໆຄົນໃນແຂວງຈົ່ງມີສຸຂະພາບເຂັ້ມແຂງ ແລະ ພ້ອມກັນຕ້ອນຮັບວັນບຸນຄິດສະມາດຢ່າງເບີກບານມ່ວນຊື່ນ. ຕາງໜ້າໃຫ້ພໍ່ແມ່ພີນ້ອງຊາວ ຄິດຢູ່ເຂດຊາວຄິດ ກິມເຊີນ. ຫົວໜ້າເຂດຊາວຄິດ ຫງວຽນແມ້ງດາດ ເວົ້າວ່າ :
“ ໃນບັນຍາກາດທີ່ທຸກໆຄົນມີຄວາມເບີກບານມ່ວນຊື່ນ ກະກຽມຕ້ອນຮັບວັນບຸນຄິດສະມາດນັ້ນ, ເຂດຊາວຄິດມີຄວາມເປັນກຽດໄດ້ຕ້ອນຮັບຮອງປະທານປະເທດຫວຽດນາມ ມາຢາມ, ທຸກໆຄົນຍິ່ງດີໃຈຫຼາຍຍ້ອນເຫັນວ່າ ພັກ ແລະ ລັດ ໄດ້ມີຄວາມເອົາໃຈໃສ່ຕໍ່ຊາວຄິດ. ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈ ແລະຂໍຂອບໃຈຕໍ່ພັກ ແລະ ລັດທີ່ໄດ້ໃຫ້ຄວາມເອົາໃຈໃສ່ຕໍ່ຊີວິດທຸກດ້ານຂອງປະຊາຊົນ, ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດໃຫ້ເປັນຢ່າງດີ ”
ເນື່ອງໃນໂອກາດວັນບຸນຄິດສະມາດປີ 2011, ໃນຊຸມມື້ທີ່ຜ່ານມາ, ການນຳແຂວງ ດັກລັກ, ກອນຕຸມ, ເງະອານ, ນະຄອນ ເກີນເທີ, ວິ້ງລອງ, ຄະນະຊີ້ນຳເຂດທາງທິດຕາເວັນຕົກພາກໄຕ້ແຕ່ງຕັ້ງຄະນະຜູ້ແທນລົງໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາສຳນັກສັງຄະລາດ, ໂຮງຮຽນຊາວຄິດ ແລະ ພໍ່ແມ່ຊາວຄິດ ຢູ່ເຂດຊາວຄິດຕ່າງໆ. ຄຸນພໍ່ ຮ່າຢີເຄີມ ຫົວໜ້າເຂດຊາວຄິດ ແທງເຕີມ ໃຫ້ຮູ້ວ່າ :
“ ນີ້ແມ່ນຄວາມເປັນກຽດສຳລັບເຂດຊາວຄິດພວກຂ້າພະເຈົ້າເວົ້າສະເພາະ ແລະ ພໍ່ແມ່ພີນ້ອງຊາວຄິດທຸກໆຄົນເວົ້າລວມ, ເພາະວ່າໃນແຕ່ລະປີ ອົງຄະນະພັກ ແລະ ຄະນະກຳມະການປະຊາຊົນແຂວງ ປີໃດກໍ່ມີຄຳອວຍພອນທີ່ຈົບງາມທີ່ສຸດ ເນື່ອງໃນໂອກາດວັນບຸນຄິດສະມາດ ພ້ອມທັງລົງຢ້ຽມຢາມເຂດຊາວຄິດ ແລະມອບຂອງຂວັນອີກດ້ວຍ. ໜ້າທີ່ຂອງ ພໍ່ແມ່ພີນ້ອງຊາວຄິດແມ່ນຕ້ອງຈົ່ງຮັກພັກດີກັບພະເຈົ້າ ກໍ່ຄືຈົ່ງຮັກພັກດີກັບປະເທດຊາດ, ຍາມໃດກໍ່ມີຈິດໃຈຮັກແພງມະນຸດ, ສາມັກຄີເພື່ອກໍ່ສ້າງສັງຄົມໃຫ້ນັບມື້ນັບດີງາມກ່ວາເກົ່າ”




