logo

ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ແທັງ ຕ້ອນ​ຮັບປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ

2025/9/2 | 05:31:23
(VOVWORLD) - ໃນຈຸດເວລາຈະມາເຖິງ, ສະມາຄົມມິດຕະພາບສອງປະເທດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນດາພັນທະ, ໜ້າທີ່ຂອງຕົນໃຫ້ເປັນຢ່າງດີກວ່າເກົ່າ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ.
ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິແທັງ ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ລາວ - ຫວຽດນາມ ນຳໂດຍ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ (ພາບ: VOV)

ຕອນບ່າຍວັນທີ 01 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິແທັງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ລາວ - ຫວຽດນາມ ນຳໂດຍ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ເນື່ອງໃນໂອກາດຄະນະມາຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມບັນດາກິດຈະກຳສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 80 ປີ. ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິແທັງ ສະເໜີໃຫ້ສະມາຄົມມິດຕະພາບ ຫວຽດນາມ - ລາວ ສືບຕໍ່ສົມທົບຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາການເຄື່ອນໄຫວດ້ວຍຮູບແບບ, ເນື້ອໃນໃຫ້ອຸດົມສົມບູນ, ຫຼາຍຮູບແບບ ເພື່ອແນໃສ່ຮັດແໜ້ນຄວາມສາມັກຄີ ແລະ ເພີ່ມທະວີການຮ່ວມມື,ຜູກພັນລະຫວ່າງປະຊາຊົນສອງປະເທດ. ໄປຄຽງຄູ່ກັນນັ້ນ, ຕ້ອງສົມທົບກັນສ້າງກຳນົດທິດໃນຍຸກສະໄໝໃໝ່, ປະກອບສ່ວນຜັນຂະຫຍາຍບັນດາໂຄງການ, ແຜນການ, ຂໍ້ຕົກລົງທີ່ໄດ້ລົງນາມ, ຖະແຫຼງການຮ່ວມລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ຢ່າງມີປະສິດທິຜົນ.

        ສ່ວນທ່ານປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ ຢັ້ງຢືນວ່າ ໃນຈຸດເວລາຈະມາເຖິງ, ສະມາຄົມມິດຕະພາບສອງປະເທດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນດາພັນທະ, ໜ້າທີ່ຂອງຕົນໃຫ້ເປັນຢ່າງດີກວ່າເກົ່າ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ.

TAG
VOV/VOVworld/ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ