ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບປະກອບ: VOV5) |
ວັນທີ 20 ມີນາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 22 – 25 ມີນາ ເຊິ່ງໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານ Mikhail Mishustin ນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ.




