logo

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ບໍ​ລິ​ຫານ​ລາ​ຄາ​ນ້ຳ​ມັນ​ຕາມ​ທິດ​ຜົນ​ປະ​ໂຫຍດທີ່ກົມ​ກຽວ​ລະ​ຫວ່າງ​ ​ລັດ, ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ

2026/3/17 | 06:36:34
(VOVWORLD) - ທ່ານນາຍົກລັດຖະມົນຕີກໍຮຽກຮ້ອງໃຫ້ສຳຫຼວດກວດຄືນ ແລະ ຫຼຸດຜ່ອນພາສີອາກອນ , ຄ່າທຳນຽມ, ຄ່າໃຊ້ຈ່າຍ ທີ່ກ່ຽວ ຂ້ອງເຖິງນ້ຳມັນຫຼາຍປະເພດເພື່ອໜູນຊ່ວຍວິສາຫະກິດ ແລະ ປະຊາຊົນ, ຍື່ນສະເໜີກ່ອນວັນທີ 20 ມີນາ.
ບັນຍາກາດກອງປະຊຸມ

ຕອນຄ່ຳວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ເມື່ອກ່າວຄຳເຫັນທີ່ກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບບັນດາມາດຕະການຮັບປະກັນການສະໜອງ ແລະ ຮັກສາລາຄານ້ຳມັນເປັນປົກກະຕິ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງ ບໍ່ໃຫ້ຂາດເຂີນນ້ຳມັນໃນບໍ່ວ່າກໍລະນີໃດ; ລາຄາອີງໃສ່ຕະຫຼາດ ແລະ ລັດເປັນຜູ້ດັດສົມ, ປະຕິບັດບັນດາມາດຕະການຮັກສາລາຄານ້ຳມັນເປັນປົກກະຕິຢ່າງມີໄຫວພິບ, ເໝາະສົມ, ມີປະສິດທິຜົນ, ຮັບປະກັນ ແລະ ຜົນປະໂຫຍດຢ່າງກົມກຽວ ລະຫວ່າງລັດ, ປະຊາຊົນ ແລະ ວິສາຫະກິດ; ເກືອດຫ້າມສະພາບຈຳກັດປະລິມານນ້ຳມັນຂາຍອອກ, ເພີ່ມລາຄາ ແລະ ສວຍໃຊ້ນະໂຍບາຍເພື່ອຫາກຳລັງ, ສ້າງຄວາມປັ່ນປ່ວນແກ່ຕະຫຼາດຢ່າງເດັດຂາດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນກອງປະຊຸມ

ທ່ານນາຍົກລັດຖະມົນຕີກໍຮຽກຮ້ອງໃຫ້ສຳຫຼວດກວດຄືນ ແລະ ຫຼຸດຜ່ອນພາສີອາກອນ , ຄ່າທຳນຽມ, ຄ່າໃຊ້ຈ່າຍ ທີ່ກ່ຽວ ຂ້ອງເຖິງນ້ຳມັນຫຼາຍປະເພດເພື່ອໜູນຊ່ວຍວິສາຫະກິດ ແລະ ປະຊາຊົນ, ຍື່ນສະເໜີກ່ອນວັນທີ 20 ມີນາ. ໃນເງື່ອນໄຂທີ່ຈຳເປັນ, ຖ້າສະພາບການປະທະກັນຢູ່ຕາເວັນອອກກາງແກ່ຍາວ, ຕ້ອງສຳຫຼວດກວດຄືນ, ສັງລວມບົດລາຍງານຕໍ່ຂັ້ນທີ່ມີສິດອຳນາດເພື່ອພິຈາລະນາຈັດແບ່ງງົບປະມານເພື່ອໜູນຊ່ວຍການຮັກສາລາຄານ້ຳມັນໃຫ້ເປັນປົກກະຕິ; ສ້າງນະໂຍບາຍ, ຮັບປະກັນການຜະລິດ, ດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ, ຈຳກັດຜົນສະທ້ອນຢ່າງສຸດຂີດ; ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຕ້ອງສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາມາດຕະການຄຸ້ມຄອມ ແລະ ຮັກສາລາຄານ້ຳມັນໃຫ້ເປັນປົກກະຕິ.

TAG
VOV/VOVworld/​ລາ​ຄາ​ນ້ຳ​ມັນ/ຫຼຸດຜ່ອນພາສີອາກອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ