logo

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XVI ແລະ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2026 – 2031

2026/3/15 | 07:07:00
(VOVWORLD) -  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຕາແສງ ໄຕໂຮ່ ຈັດການເລືອກຕັ້ງຢ່າງມີປະຊາທິປະໄຕ, ຄວາມປອດໄພ, ຖືກຕ້ອງຕາມກົດໝາຍ, ມານະພະຍາຍາມປະຕິບັດ ແລະ ຮັບປະກັນວຽກງານຈັດຕັ້ງການເລືອກຕັ້ງໃຫ້ເປັນຢ່າງດີ.
ທ່ານນາຍົກລັດຖະມົນຕີ ແລະ ພັນລະຍາໄປປ່ອນບັດ ຢູ່ເຂດປ່ອນບັດເລືອກຕັ້ງເລກທີ 21,  ຕາແສງ ໄຕໂຮ່, ຮ່າໂນ້ຍ (ພາບ: VOV)

ຕອນເຊົ້າວັນທີ 15 ມີນາ, ຢູ່ເຂດປ່ອນບັດເລືອກຕັ້ງເລກທີ 21, ຂຶ້ນກັບຫົວໜ່ວຍເລືອກຕັ້ງເລກທີ 7, ຕາແສງ ໄຕໂຮ່, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ແລະ ພັນລະຍາ ເລທິບິກເຈິນ ໄດ້ປະຕິບັດສິດ ແລະ ພັນທະພົນລະເມືອງ, ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2026 – 2031. ຢູ່ເຂດປ່ອນບັດ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງວຽກງານກະກຽມການເລືອກຕັ້ງຂອງຕາແສງ ໄຕໂຮ່, ເປັນຕົ້ນແມ່ນເຂດປ່ອນບັດເລືອກຕັ້ງເລກທີ 21 ແລະ ສະເໜີຄະນະກຳມະການເລືອກຕັ້ງຕາແສງ ໄຕໂຮ່ ສ້າງເງື່ອນໄຂດີທີ່ສຸດເພື່ອ 100% ຜູ້ມີສິດເລືອກຕັ້ງໄປປະຕິບັດສິດ, ພັນທະພົນລະເມືອງຂອງຕົນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຕາແສງ ໄຕໂຮ່ ຈັດການເລືອກຕັ້ງຢ່າງມີປະຊາທິປະໄຕ, ຄວາມປອດໄພ, ຖືກຕ້ອງຕາມກົດໝາຍ, ມານະພະຍາຍາມປະຕິບັດ ແລະ ຮັບປະກັນວຽກງານຈັດຕັ້ງການເລືອກຕັ້ງໃຫ້ເປັນຢ່າງດີ, ປາດຖະໜາຜູ້ມີສິດເລືອກຕັ້ງປະຕິບັດສິດເປັນເຈົ້າຂອງຕົນ ໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ.

TAG
VOV/VOVworld/ການ​ເລືອກ​ຕັ້ງ/ສະ​ພາ​ແຫ່ງ​ຊາດ/ສະ​ພາ​ປະ​ຊາ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ