ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານ Sifi Ghrieb ນາຍົກລັດຖະມົນຕີ ອານເຊຣີ (ພາບ: VOV) |
ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີສອງປະເທດ ດ້ວຍຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງທີ່ບັນລຸໄດ້ຢ່າງຮີບດ່ວນ, ເປັນເອກະພາບບັນດາໂຄງການກະທຳຜັນຂະຫຍາຍໃນຂອບເຂດຄູ່ຮ່ວມມືຍຸດທະສາດໂດຍໄວ, ພິເສດໃນບັນດາຂົງເຂດທີ່ອາດຈະເປັນທ່າແຮງຄື: ການຮ່ວມມືລົງທຶນ, ການຂຸດຄົ້ນນ້ຳມັນອາຍແກັດ ແລະ ກັ່ນຕອງນ້ຳມັນ, ຊຸກຍູ້ການຄ້າ, ຄົ້ນຄ້ວາການປູກຜະລິດຕະພັນກະເສດ ຫວຽດນາມ ຢູ່ອານເຊຣີ, ການຮ່ວມມືດ້ານປ້ອງກັນຊາດ, ພະລັງງານທົດແທນ, ວິທະຍາສາດເຕັກໂນໂລຢີ, ການຫັນເປັນດີຈີຕອນ…
ທ່ານນາຍົກລັດຖະມົນຕີ ສະແດງຄວາມວິຕົກກັງວົນຕໍ່ການຜັນແປຂອງການປະທະກັນຢູ່ພາກພື້ນຕາເວັນອອກກາງ, ກໍ່ຄືບັນດາຜົນກະທົບຢ່າງຮ້າຍແຮງຕໍ່ເສດຖະກິດໂລກ, ໃນນັ້ນ ມີຫວຽດນາມ. ບົນຈິດໃຈສາມັກຄີເພື່ອສ້າງກຳລັງແຮງ, ການຮ່ວມມືເພື່ອສ້າງມູນຄ່າ, ການໂອ້ລົມເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈ, ພ້ອມກັນພັດທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ອານເຊຣີ ໜູນຊ່ວຍ ຫວຽດນາມ ຮັບປະກັນຄວາມໝັ້ນຄົງຄວາມດ້ານພະລັງງານຜ່ານການສະໜອງນ້ຳມັນດິບ ແລະ ອາຍແກັດໃນສະພາບການແຫ່ງການສະໜອງຂາດວັກຂາດຕອນ, ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງບັນດາບໍລິສັດໃຫຍ່ສຳຫຼວດ ແລະ ຂຸດຄົ້ນນ້ຳມັນ ຫວຽດນາມ (PVEP) ແລະ ບໍລິສັດນ້ຳມັນອາຍແກັດ ແຫ່ງຊາດ ອານເຊຣີ (Sonatrach) ຢ່າງມີປະສິດທິຜົນ.
ສ່ວນທ່ານນາຍົກລັດຖະມົນຕີ ອານເຊຣີ Sifi Ghrieb ຢັ້ງຢືນວ່າບົນພື້ນຖານການພົວພັນປະຫວັດສາດຂອງສອງປະເທດເພື່ອນມິດສະໜິດສະໜົມ, ຈະຊຸກຍູ້ ໜູນຊ່ວຍດ້ານຄວາມໝັ້ນຄົງພະລັງງານໃຫ້ແກ່ ຫວຽດນາມ, ສະແດງຄວາມຕັດສິນໃຈ ຈະພ້ອມກັນຜັນຂະຫຍາຍບັນດາໝາກຜົນອັນພົ້ນເດັ່ນ ທີ່ເປັນບາດກ້າວຫັນປ່ຽນສຳຄັນໃນການພົວພັນສອງປະເທດຢ່າງຕັ້ງໜ້າ, ເປັນຕົ້ນແມ່ນໃນບັນດາຂົງເຂດການລົງທຶນ, ການຄ້າ, ກະສິກຳ,ພະລັງງານ, ວັດທະນະທຳ…




