logo

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄປຢ້ຽມຢາມ ມ້ຽນມ້າ ຢ່າງເປັນທາງການ

2011/12/19 | 10:40:55
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ​​ໄດ້ມາ​ຮອດ​ນະຄອນ Mandalay ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ມ້ຽນ​ມ້າ ຢ່າງ​ເປັນ​ທາງ​ການ.

( ພາບ : http://nguyentandung.org )

ຕອນ​ເຊົ້າ​ວັນ​ທີ່ 19 ທັນວາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ​​ໄດ້ມາ​ຮອດ​ນະຄອນ Mandalay ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ມ້ຽນ​ມ້າ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ ກອງ​ປະຊຸ​ມສຸດ​ຍອດ​ບັນດາ​ປະ​ເທດ​ອານຸພາກ​ພື້ນ​ແມ່ນ​ນ້ຳຂອງ​​ເປີດ​ກວ້າງ​ຄັ້ງ​ທີ່ 4 ( GMS 4 ) ​ແຕ່​ວັນ​ທີ່ 19 ຫາ 21 ທັນວາ. ທ່າ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ໄດ້​ເນັ້ນ​ໜັກ​ວ່າ ຍາມ​ໃດ ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອອັນ​ດີ​ງານ​ ​ເຊິ່ງໄດ້​ຮັບການ ທົດ​ສອບຜ່ານ​ຫຼາຍທົດ​ສະ​ວັດລະຫວ່າງ 2 ປະ​ເທດ. ທ່ານ​ນາຍົກໆ​ສະ​ເໜີ​​ໃຫ້ທ່ານ Ye Myint ຂ້າຫຼວງ​ລັດ Mandalay ຊີ້​ນຳ​​ໃຫ້ບັນດາ​ອົງການ​ກ່ຽວຂ້ອງ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະ​ດວກ​ໃຫ​້​​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ, ຮ່ວມ​ມື​ທຳ​ມະຫາ​ກິນຢູ່​ລັດ Mandalay, ພິ​ເສດ​ແມ່ນ​ໃນ​ບັນດາ​ໂຄງການ​ກ່ຽວ​ກັບກະສິກຳ ​ແລະ ອຸດສາຫະກຳ, ຂຸດຄົ້ນ​ບໍ່​ແຮ່ …

        ​ແລະ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ  ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ​ Mandalay ​​ເດີນທາງໄປ​ນະຄອນຫຼວງ Naypido. ຕອນ​ຄໍ່າ​ວັນ​ດຽວ​ກັນ, ທ່ານ​ປະທານາທິບໍດີ ມ້ຽນ​ມ້າ Thein Sein ຈັດ​ງານ​ລ້ຽງ​ຮອງ​ຮັບທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ຫົວໜ້າ​ບັນດາຄະນະ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດບັນດາ​ປະ​ເທດ​ອານຸພາກ​ພື້ນ​ແມ່ນ​ນ້ຳຂອງ​​ເປີດ​ກວ້າງ​ຄັ້ງ​ທີ່ 4.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ