logo

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟານ​ວັນ​ຢາງ ເຂົ້າ​ຮ່ວມ​ໂຄງ​ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ດ້ານ​ປ້​ອງ​ກັນ​ຊາດ​ເຂດ​ຊາຍ​ແດນຢູ່​ປະ​ເທດ​ຈີນ

2026/3/19 | 06:58:13
(VOVWORLD) - ທ່ານພົນເອກ ຟ້າມວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນເຂດຊາຍແດນທີ່ໄດ້ດຳເນີນຢູ່ເຂດປົກຄອງດ້ວຍຕົນເອງຂອງເຜົ່າຈວາງ ກວ໋າງຊີປະເທດຈີນ.
ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດຖ່າຍຮູບເປັນທີ່ລະນຶກກັບບັນດາພະນັກງານ, ນັກຮົບ ຈີນ
(ພາບ: qdnd.vn)

ຕາມ ໂຄງການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 10, ຕອນເຊົ້າວັນທີ 19 ມີນາ, ທ່ານພົນເອກ ຟ້າມວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນເຂດຊາຍແດນທີ່ໄດ້ດຳເນີນຢູ່ເຂດປົກຄອງດ້ວຍຕົນເອງຂອງເຜົ່າຈວາງ ກວ໋າງຊີປະເທດຈີນ. ທ່ານລັດຖະມົນຕີ ຟານວັນຢາງ ພ້ອມກັບທ່ານ ຕຸງຈີນ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວລວມມີ: ພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ຢູ່ດ່ານຊາຍແດນສາກົນ ຕຸງຊິງ, ລັດຖະມົນຕີສອງທ່ານໄປຢ້ຽມຢາມກອງຮ້ອຍທະຫານປ້ອງກັນຊາຍແດນ ຕຸງຊິງແລະ ປູກຕົ້ນໄມ້ມິດຕະພາບ, ພິທີເຄື່ອນທັບລາດຕະເວນ, ການຝືກແອບຢູ່ເຂດທະເລ ອ່າວພາກເໜືອ….

TAG
VOV/VOVworld/ຫວຽດ​ນາມ/ຈີນ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ