logo

ນັກ​ຊ່ຽວ​ຊາ​ນ​ຈີນ, ສະ​ພາ​ແຫ່ງ​ຊາດ​ຊຸດ​ໃໝ່​​ມີ​ຄວາມ​ໝາຍສຳ​ຄັນ​ໃນ​ວິ​ໄສ​ທັດ 2045 ຂອງ ຫວຽດ​ນາມ

2026/3/13 | 11:19:23
(VOVWORLD) - ທ່ານສາດສະດາຈານ ມີ້ແຫຼງ ກໍ່ຕີລາຄາສູງການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ທຸກຂັ້ນ ທ່ານຖືວ່ານີ້ແມ່ນຊ່ອງທາງສຳຄັນສະແດງໃຫ້ເຫັນພື້ນຖານປະຊາທິປະໄຕສັງຄົມນິຍົມຢູ່ ຫວຽດນາມ.
ທ່ານສາດສະດາຈານ ມີ້ແຫຼງ ຜູ້ອຳນວຍການສູນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ຂຶ້ນກັບ ມະຫາວິທະຍາໄລພາສາສາດ ປັກກິ່ງ (ພາບ: VOV)

ໂດຍຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ໃນວັນທີ 12 ມີນາ, ທ່ານສາດສະດາຈານ ມີ້ແຫຼງ ຜູ້ອຳນວຍການສູນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ຂຶ້ນກັບ ມະຫາວິທະຍາໄລພາສາສາດ ປັກກິ່ງ (ຈີນ) ໄດ້ຕີລາຄາສູງບັນດາໝາກຜົນ ແລະ ວິໄສທັດທີ່ໄດ້ຍົກອອກມາຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມໂດຍໄດ້ເປີດໄລຍະໃໝ່ໃນວິວັດການປ່ຽນແປງແລະ ພັດທະນາ. ດັ່ງນັ້ນ ໂດຍແມ່ນສະພາແຫ່ງຊາດຊຸດທຳອິດພາຍຫຼັງກອງປະຊຸມໃຫຍ່, ໜ້າທີ່ຂອງສະພາແຫ່ງຊາດຊຸດທີ XVI ແມ່ນຜັນຂະຫຍາຍບັນດາເປົ້າໝາຍ, ໜ້າທີ່, ວິໄສທັດພັດທະນາປະເທດຊາດໂດຍກອງປະຊຸມໃຫຍ່ຄັ້ງທີ XIV ວາງອອກ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ວາງອອກບັນດາເປົ້າໝາຍເສດຖະກິດ - ສັງຄົມອັນໃຫຍ່ຫຼວງເທົ່ານັ້ນ ຫາກຍັງວາງອອກຄວາມຮຽກຮ້ອງຕ້ອງການກ່ຽວກັບການຮັບດຳລົງຫຼາຍບົດບາດໜ້າທີ່ຂອງສະມາຊິກສະພາແຫ່ງຊາດຊຸດໃໝ່ຄື: ສ້າງກົດໝາຍ, ຕິດຕາມກວດກາ, ຮັບໃຊ້ ແລະ ຂົນຂວາຍ. ຫຼັກແຫຼ່ງແມ່ນນຳມາເຊິ່ງການຮັບປະກັນກ່ຽວກັບຂອບນິຕິກຳໃຫ້ແກ່ການພັດທະນາ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຫາເງິນລ້ຽງຊີບຂອງປະຊາຊົນຜ່ານການຄຸ້ມຄອງ, ເຕົ້າໂຮມແຫຼ່ງກຳລັງດ້ວຍຄວາມເຫັນດີເຫັນພ້ອມ, ເພື່ອພ້ອມກັນຊຸກຍູ້ວິໄສທັດໃຫຍ່ຂອງ ຫວຽດນາມ ກາຍເປັນປະເທດພວມພັດທະນາມີລາຍຮັບປານກາງສູງ ໃນປີ 2030 ແລະ ປະເທດພັດທະນາມີລາຍຮັບສູງໃນປີ 2045.

ທ່ານສາດສະດາຈານ ມີ້ແຫຼງ ກໍ່ຕີລາຄາສູງການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ທຸກຂັ້ນ ທ່ານຖືວ່ານີ້ແມ່ນຊ່ອງທາງສຳຄັນສະແດງໃຫ້ເຫັນພື້ນຖານປະຊາທິປະໄຕສັງຄົມນິຍົມຢູ່ ຫວຽດນາມ.

TAG
VOV/VOVworld/ຫວຽດ​ນາມ/ຈີນ/ການ​ເລືອກ​ຕັ້ງ/ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ