logo

ນະ​ຄອນ​ໂຮ່​ຈີ​ມິນ ນຳ​ຂໍ້​ມູນ​ຂ່າວ​ເລືອກ​ຕັ້ງ​ໄປ​ຍັງ​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ທີ່​ພິ​ການ​ທາງ​ສາຍ​ຕາ

2026/3/13 | 11:23:28
(VOVWORLD) - ການໂຄສະນາໄດ້ຈັດຂຶ້ນຢູ່ເຂດຊຸມຊົນບ່ອນບັນດາຜູ້ມີສິດເລືອກຕັ້ງທີິ່ພິການທາງສາຍຕາດຳລົງຊີວິດ. ນະທີ່ນີ້, ຜູ້ມີສິດເລືອກຕັ້ງໄດ້ຮັບການແນະນຳກ່ຽວກັບບັນດາຂໍ້ກຳນົດລວມຂອງກົດໝາຍກ່ຽວກັບການເລືອກຕັ້ງ, ສິດ ແລະ ພັນທະຂອງຜູ້ມີສິດເລືອກຕັ້ງ.
ທ່ານນາງ ຮວ່າງມາຍກວິ່ງຮວາ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຕາແສງ ບິ່ງແທັງ ແລກປ່ຽນຂໍ້ມູນການເລືອກຕັ້ງກັບຜູ້ມີສິດເລືອກຕັ້ງທີ່ພິການທາງສາຍຕາ (ພາບ: VOV)

ເພື່ອແນໃສ່ຮັບປະກັນສິດໂດຍລັດຖະທຳມະນູນກຳນົດກ່ຽວກັບການເລືອກຕັ້ງສຳລັບພົນລະເມືອງໝົດທຸກຄົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຕາແສງບິ່ງແທັງ, ນະຄອນໂຮ່ຈີມິນ ໄດ້ຈັດການໂຄສະນາເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໃຫ້ກຸ່ມຄົນຜູ້ມີສິດເລືອກຕັ້ງທີ່ພິການທາງສາຍຕາ.

ການໂຄສະນາໄດ້ຈັດຂຶ້ນຢູ່ເຂດຊຸມຊົນບ່ອນບັນດາຜູ້ມີສິດເລືອກຕັ້ງທີິ່ພິການທາງສາຍຕາດຳລົງຊີວິດ. ນະທີ່ນີ້, ຜູ້ມີສິດເລືອກຕັ້ງໄດ້ຮັບການແນະນຳກ່ຽວກັບບັນດາຂໍ້ກຳນົດລວມຂອງກົດໝາຍກ່ຽວກັບການເລືອກຕັ້ງ, ສິດ ແລະ ພັນທະຂອງຜູ້ມີສິດເລືອກຕັ້ງ, ພ້ອມກັບບັນດາຂໍ້ມູນພື້ນຖານກ່ຽວກັບກິດຈະກຳເລືອກຕັ້ງຢູ່ທ້ອງຖິ່ນ. ທ່ານນາງ ຮວ່າງມາຍກວິ່ງຮວາ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຕາແສງ ບິ່ງແທັງ ໃຫ້ຮູ້ວ່າ:

ຜູ້ມີສິດເລືອກຕັ້ງແຕ່ລະຄົນມີເງື່ອນໄຂດຳລົງຊີວິດທີ່ແຕກຕ່າງກັນ, ດັ່ງນັ້ນປຶ້ມເວົ້າກໍ່ຄືໜັງສື Braille ຈະຊ່ວຍໃຫ້ເຂົາເຈົ້າມີໄລຍະເວລາເໝາະສົມເພື່ອຊອກຮູ້ ແລະ ຄົ້ນຄ້ວາ. ຍິ່ງໄປກວ່ານັ້ນເຂົາເຈົ້າອາດສາມາດແບ່ງປັນນຳກັນ, ແຜ່ກະຈາຍນຳກັນ, ພ້ອມກັນແລກປ່ຽນ, ປຶກສາຫາລືກ່ຽວກັບຊີວະປະຫວັດຫຍໍ້ຂອງຜູ້ສະໝັກຮັບເລືອກຕັ້ງຢ່າງສະດວກກວ່າ.


TAG
VOV/VOVworld/ນະ​ຄອນ​ໂຮ່​ຈີ​ມິນ/ຂໍ້​ມູນ​ຂ່າວ​/ການເລືອກ​ຕັ້ງ/​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ທີ່​ພິ​ການ​ທາງ​ສາຍ​ຕາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ