logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ບໍ່​ປະ​ໃຫ້​ຂາດ​ເຂີນ​ນ້ຳ​ມັນ​ໃນ​ບໍ່​ວ່າ​ກໍ​ລະ​ນີ​ໃດ

2026/3/17 | 11:17:08
(VOVWORLD) -     “ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາກະຊວງຂະແໜງການ ປະຕິບັດຄຳຊີ້ນຳຂອງຄະນະປະຈຳລັດຖະບານ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ບໍ່ປະໃຫ້ຂາດເຂີນນ້ຳມັນໃນບໍ່ວ່າກໍລະນີໃດ. ສືບຕໍ່ຊີ້ນຳມາດຕະການຮັບປະກັນແຫຼ່ງນ້ຳມັນດິບນຳເຂົ້າ..."
ບັນຍາກາດຂອງກອງປະຊຸມ (ພາບ: VOV)

ຕອນຄ່ຳວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ເມື່ອເປັນປະທານກອງປະຊຸມກັບໜ່ວຍປະຕິບັດງານຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ປຶກສາຫາລືບັນດາມາດຕະການເພື່ອຮັບປະກັນແຫຼ່ງສະໜອງພະລັງງານ, ຮັກສາລາຄານ້ຳມັນໃຫ້ເປັນປົກກະຕິນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີໃຫ້ຮັກສາທິດນຳທີ່ວ່າ: “ກຳແໜ້ນສະພາບການ, ມີປະຕິກິລິຍາຢ່າງມີໄຫວພິບ, ເຄື່ອນໄຫວຢ່າງທັນການ, ມີປະສິດທິຜົນຢ່າງຈະແຈ້ງ”; ດ້ວຍເປົ້າໝາຍບໍ່ປະໃຫ້ຂາດເຂີນພະລັງງານຮັບໃຊ້ການຜະລິດ, ດຳເນີນທຸລະກິດ, ການບໍລິໂພກຂອງປະຊາຊົນ; ບໍ່ປະໃຫ້ລະບົບຜະລິດ, ສະໜອງນ້ຳມັນ, ເຊື້ອເພີງຖືກຂາດວັກຂາດຕອນ. ທ່ານກ່າວວ່າ:

        “ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາກະຊວງຂະແໜງການ ປະຕິບັດຄຳຊີ້ນຳຂອງຄະນະປະຈຳລັດຖະບານ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ບໍ່ປະໃຫ້ຂາດເຂີນນ້ຳມັນໃນບໍ່ວ່າກໍລະນີໃດ. ສືບຕໍ່ຊີ້ນຳມາດຕະການຮັບປະກັນແຫຼ່ງນ້ຳມັນດິບນຳເຂົ້າ. EVN ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງຕ້ອງຮັກສາການເຄື່ອນໄຫວບັນດາໂຮງງານກັ່ນຕອງນ້ຳມັນໃຫ້ປອດໄພ, ມີສະຖຽນລະພາບ, ຂຸດຄົ້ນກຳລັງແຮງປຸງແຕ່ງຢ່າງມີປະສິດທິຜົນທີ່ສຸດ, ຮັບປະກັນແຫຼ່ງສະໜອງນ້ຳມັນໃຫ້ແກ່ການຜະລິດຢູ່ພາຍໃນປະເທດ, ໃຫ້ແກ່ການຜະລິດດຳເນີນທຸລະກິດ. ກະຊວງການເງິນຕ້ອງສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າຕິດຕາມລາຄານ້ຳມັນຢ່າງໃກ້ຊິດ, ແກ້ໄຂບັນດາກໍລະນີສະສົມນ້ຳມັນ, ຂາຍບຸບລາຄາ, ຄ້າຂາຍເຖື່ອນ, ເຮັດໃຫ້ລາຄາເໜັງຕິງບໍ່ຖືກຕ້ອງກັບສະພາບການ ຢ່າງເຖິງຖອງ.”

ລ້າຍຮວາ

TAG
VOV/VOVworld/ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ ການ​ຄ້າ/ຂາດ​ເຂີນ​ນ້ຳ​ມັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ